leftcenterrightdel
ນາງສາວ  ງອັກເຮີນ ແນະນໍາຜະລິດຕະພັນແພພື້ນເມືອງທີ່ການປະຊຸມຂ່າວ. ພາບ: ຈາງງອັກ.

ດ້ວຍຫົວຂໍ້ “ສິ່ງຍອດຢ້ຽມທິດຕາເວັນອອກ”, ງານບຸນເພື່ອແນໃສ່ແນະນໍາ, ໂຄສະນາຮູບພາບປະເທດຊາດ, ຊາວດັ໊ກນົງ ດ້ວຍທິວທັດທໍາມະຊາດທີ່ສວຍງາມ, ວັດທະນະທໍາທີ່ເປັນມູນເຊື້ອອຸດົມສົມບູນຫຼາຍສີສັນ, ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນ, ທ່າແຮງເພື່ອພັດທະນາການທ່ອງທ່ຽວ. ງານບຸນດັ່ງກ່າວມີຂອບຂະໜາດລະດັບຊາດ, ດ້ວຍການເຂົ້າຮ່ວມຂອງຫຼາຍຄະນະສາກົນ, ງານບຸນລວມມີຫຼາຍກິດຈະກໍາ, ຄື: ພິທີໄຂງານບຸນ ແລະຮັບນາມມະຍົດສວນສາທາລະນະທໍລະນີທົ່ວໂລກ UNESCO ດັ໊ກນົງ; ງານວາງສະແດງວັດທະນະທໍາແພພື້ນເມືອງ; ງານສະແດງ “Fashion Show - ແພພື້ນເມືອງ”; ກອງປະຊຸມໂຄສະນາ ແລະຮຽກຮ້ອງລົງທຶນການທ່ອງທ່ຽວປີ 2020; ງານປະກວດນາງງາມການທ່ອງທ່ຽວຫວຽດນາມ 2020...

ໂດຍ: ເກື່ອງດັ້ງ