ຕາມຄະນະຈັດຕັ້ງ, ການເສັງຂຽນ “ຮ່າໂນ້ຍ ໃນດວງໃຈຂ້າພະເຈົ້າ” ໄດ້ຮັບ 206 ບົດປະພັນທີ່ສົ່ງມາເຂົ້າຮ່ວມການເສັງຈາກບັນດາປະເທດ ແລະເຂດແຄວ້ນ, ຄື: ຍີ່ປຸ່ນ, ຝະລັ່ງ, ລັດເຊຍ, ເຢຍລະມັນ, ອິນເດຍ, ອິນໂດເນເຊຍ, ໂມຊຳບິກ, ຟີລິບປິນ, ລາວ, ປາແລັດສະຕິນ, ຕີມໍຕາເວັນອອກ... ການເສັງໄດ້ຮັບການຕອບສະໜອງຈາກທຸກເກນອາຍຸ, ເພດໄວ (ແຕ່ອາຍຸ 12 ຫາ 73 ປີ). ບັນດາບົດປະພັນເຂົ້າຮ່ວມການເສັງໄດ້ຂຽນດ້ວຍພາສາຫວຽດ ຫຼື ພາສາອັງກິດ, ມີບັນດານັກສອບເສັງຂຽນທັງສອງພາສາ. ໃນນັ້ນ, ຫຼາຍບົດປະພັນຂອງນັກສອບເສັງທີ່ເປັນຄົນຕ່າງປະເທດໄດ້ຂຽນດ້ວຍພາສາຫວຽດ. ບົດຂຽນແຕ່ລະບົດແມ່ນມູມມອງກ່ຽວກັບຮ່າໂນ້ຍ, ສະຫຼຸບລວມແລ້ວ, ບັນດານັກສອບເສັງລ້ວນແຕ່ມອບຄວາມຮັກ, ຄວາມຈິງໃຈໃຫ້ແກ່ຮ່າໂນ້ຍ.

leftcenterrightdel
ຄະນະຈັດຕັ້ງມອບລາງວັນທີ 1 ໃຫ້ນັກສອບເສັງ Saleem Hammad ທີ່ມາຈາກປະເທດປາແລັດສະຕິນ. ພາບ: ເຟືອງລີງ.

ຄະນະກໍາມະການສອບເສັງໄດ້ມອບລາງວັນທີ 1 ໃຫ້ນັກສອບເສັງ Saleem Hammad ທີ່ມາຈາກປະເທດປາແລັດສະຕິນ; ລາງວັນທີ 2 ໃຫ້ນັກສອບເສັງ Nilov Roman-ເລຂາທີ 3 ສະຖານທູດລັດເຊຍ ປະຈໍາ ຫວຽດນາມ ແລະຫງວຽນທິເຈິມ-ຊາວຫວຽດນາມ ອາໄສຢູ່ເຢຍລະມັນ; ລາງວັນທີ 3 ໃຫ້ນັກສອບເສັງ Pascoela Barreto dos Santos-ເອກອັກຄະລັດຖະທູດຕີມໍຕາເວັນອອກ ປະຈໍາ ຫວຽດນາມ, ຈັນສີດາ ອິນຂະວິໄລ-ເລຂາສະຖານທູດລາວ ປະຈຳ ຫວຽດນາມ ແລະນັກສອບເສັງ Okabe Chikara ທີ່ມາຈາກຍີ່ປຸ່ນ; ພ້ອມກັບ 10 ລາງວັນຊົມເຊີຍໃຫ້ບັນດານັກສອບເສັງທີ່ມາຈາກອິນເດຍ, ອິນໂດເນເຊຍ, ລາວ, ໂມຊຳບິກ, ຝະລັ່ງ, ລັດເຊຍ...

ໂດຍ: ເຈິ່ນຮວ່ຽນ