ງານມະໂຫລານອາຫານການກິນ ຈະດໍາເນີນໃນລະຫວ່າງວັນທີ 28 ຕຸລາຫາວັນທີ 1 ພະຈິກ, ຢູ່ເຂດຕົວເມືອງເຟືອງດົງ, ຕາແສງດົງຊ໊າ, ເມືອງເວິນໂດ່ນ. ງານມະໂຫລານມີການເຂົ້າຮ່ວມຂອງ 31 ຮ້ານອາຫານ ແລະ 9 ຮ້ານແນະນໍາຜະລິດຕະພັນ OCOP ຂອງທ້ອງຖິ່ນ.

leftcenterrightdel
ຫອຍນາງລົມ ເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງເຂດທະເລເວິນໂດ່ນ. ພາບ: ຕະກວນ.

ໃນຂອບເຂດງານມະໂຫລານຈະດໍາເນີນບັນດາການເຄື່ອນໄຫວ, ຄື: ການແຂ່ງຂັນປຸງແຕ່ງອາຫານຈາກຫອຍນາງລົມ; ວາງສະແດງບັນດາເຍື່ອງອາຫານ, ອາຫານການກິນທີ່ເປັນເອກະລັກສະເພາະຂອງເວິນໂດ່ນ; ການພົບປະແລກປ່ຽນສະແດງສິລະປະ... ເຫດການດັ່ງກ່າວແນໃສ່ແນະນໍາໃຫ້ນັກທ່ອງທ່ຽວກ່ຽວກັບວັດທະນະທໍາອາຫານການກິນຂອງປະຊາຊົນເວິນໂດ່ນ; ພ້ອມທັງແມ່ນກາລະໂອກາດເພື່ອໃຫ້ບັນດາອົງການຈັດຕັ້ງ, ບຸກຄົນດໍາເນີນທຸລະກິດການທ່ອງທ່ຽວ, ບໍລິການ, ຫົວໜ່ວຍລ້ຽງປູກສິນໃນນ້ຳໃນບໍລິເວນເມືອງເວິນໂດ່ນ ມີກາລະໂອກາດພົບປະແລກປ່ຽນ, ແນະນໍາຮູບພາບການທ່ອງທ່ຽວ, ບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະໃຫ້ນັກທ່ອງທ່ຽວພາຍໃນ ແລະຕ່າງແຂວງ.

ໂດຍ: ເຈິ່ນຮວ່ຽນ