ນີ້ແມ່ນການເຄື່ອນໄຫວໂດຍກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ສົມທົບກັບສະຖານທູດບັນດາປະເທດອາຊຽນ ປະຈໍາ ຫວຽດນາມ ຈັດຕັ້ງຂຶ້ນ.

leftcenterrightdel
ນີ້ແມ່ນການເຄື່ອນໄຫວໂດຍກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ສົມທົບກັບສະຖານທູດບັນດາປະເທດອາຊຽນ ປະຈໍາ ຫວຽດນາມ ຈັດຕັ້ງຂຶ້ນ. ພາບ: sggp.org.vn.

ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ມີພື້ນຖານວັດທະນະທໍາທີ່ເປັນເອກະລັກສະເພາະ ແລະອຸດົມສົມບູນ ຍ້ອນແນວນັ້ນຊຸດປະຈຳຊາດຂອງບັນດາປະເທດກໍ່ມີຫຼາຍຮູບຫຼາຍແບບທີ່ສຸດໂດຍອີງໃສ່ຈຸດພິເສດພູມີປະເທດ, ເຊື້ອຊາດຜິວພັນ, ອາກາດ, ວັດທະນະທໍາທີ່ເປັນມູນເຊື້ອ ແລະພາກພື້ນ. ຊຸດປະຈຳຊາດ ບໍ່ພຽງແຕ່ມີຄວາມງາມວັດທະນະທຳຂອງຊຸດປະຈຳຊາດເທົ່ານັ້ນ ຫາກຍັງເຊີດຊູມູນເຊື້ອວັດທະນະທໍາ, ຈິດວິນຍານຂອງປະຊາຊົນແຕ່ລະປະເທດໃນປະຊາຄົມອາຊຽນອີກດ້ວຍ.

ທີ່ພິທີໄຂ, ທ່ານ ຕະກວາງດົງ ຮອງລັດຖະມົນຕີກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ຢັ້ງຢືນວ່າງານວາງສະແດງແມ່ນເພື່ອແນໃສ່ແນະນໍາວັດທະນະທໍາ, ຊີວິດການເປັນຢູ່, ປະຊາຊົນຂອງບັນດາປະເທດສະມາຊິກອາຊຽນ ຜ່ານຄວາມງາມວັດທະນະທໍາໃນຊຸດປະຈຳຊາດ, ປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງປະຊາຊົນບັນດາປະເທດໃນພາກພື້ນ, ປະກອບສ່ວນເປີດກວ້າງການຮ່ວມມືດ້ານເສດຖະກິດ, ການລົງທຶນ, ການພັດທະນາການທ່ອງທ່ຽວ...

ໂດຍ: ເຈິ່ນຮວ່ຽນ