ດ້ວຍຫົວຂໍ້ຫັນປ່ຽນດີຈີຕອນຊຸກຍູ້ພັດທະນາການທ່ອງທ່ຽວ, ງານຕະຫຼາດນັດຄັ້ງນີ້ຈະແນະນຳການໝູນໃຊ້ເຕັກໂນໂລຢີເພື່ອປ່ຽນແປງໃນການຄຸ້ມຄອງ, ບໍລິຫານ ແລະຈັດຕັ້ງການເຄື່ອນໄຫວດຳເນີນທຸລະກິດຂອງບັນດາອົງການຄຸ້ມຄອງ, ວິສາຫະກິດທ່ອງທ່ຽວ. ພິເສດແມ່ນຫຼັງພະຍາດໂຄວິດ-19, ໂລກຈະມີການປ່ຽນແປງຫຼາຍຢ່າງ; ທ່າອ່ຽງ, ຄວາມຕ້ອງການ, ການເຄື່ອນໄຫວທ່ອງທ່ຽວກໍ່ຈະມີການປ່ຽນແປງ.

leftcenterrightdel
ງານຕະຫຼາດນັດ VITM 2019 ໄດ້ດຶງດູດປະຊາຊົນ ແລະນັກທ່ອງທ່ຽວເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ. ພາບ: baotintuc.vn.

ຄະນະຈັດຕັ້ງສົ່ງເສີມບັນດາວິສາຫະກິດ ແລະອົງການຈັດຕັ້ງເຂົ້າຮ່ວມງານຕະຫຼາດນັດຍົກອອກບັນດາຂໍ້ລິເລີ່ມໃນວິວັດການຄຸ້ມຄອງ, ດຳເນີນທຸລະກິດ ແລະການເຄື່ອນໄຫວທ່ອງທ່ຽວຕິດພັນກັບການຫັນເປັນດີຈີຕອນ, ໝູນໃຊ້ເຕັກໂນໂລຢີເພື່ອໃຫ້ການທ່ອງທ່ຽວຂອງຫວຽດນາມ ກາຍເປັນຂະແໜງເສດຖະກິດມີເຕັກໂນໂລຢີທັນສະໄໝໂດຍໄວ.

ໂດຍ: ສົມເພັດ