leftcenterrightdel
ພາບປະກອບຄັດຈາກ: ສໍານັກຂ່າວສານຫວຽດນາມ.

ການແຂ່ງຂັນດັ່ງກ່າວສະຫງວນໃຫ້ເຍົາວະຊົນຫວຽດນາມ ເກນອາຍຸແຕ່ 6-15 ປີ. ບັນດາພາບແຕ້ມເຂົ້າຮ່ວມການແຂ່ງຂັນຕ້ອງສະແດງໃຫ້ເຫັນຄວາມເຂົ້າໃຈກ່ຽວກັບປະເທດກູບາ; ສາຍພົວພັນມິດຕະພາບ, ຄວາມສາມັກຄີລະຫວ່າງຫວຽດນາມ-ກູບາ ໃນອະດີດຕະການ, ປະຈຸບັນ ແລະອະນາຄົດ; ຄວາມເຂົ້າໃຈກ່ຽວກັບປະທານ Fidel Castro; ສາຍພົວພັນລະຫວ່າງປະທານ Fidel Castro ກັບປະທານໂຮ່ຈີມິນ ແລະປະເທດຊາດ, ຊາວຫວຽດນາມ; ການເຄື່ອນໄຫວຂອງຊາວໜຸ່ມ, ເຍົາວະຊົນອະນຸຊົນສອງປະເທດ. ຜູ້ເຂົ້າຮ່ວມການແຂ່ງຂັນດັ່ງກ່າວຈະມອບພາບແຕ້ມເຖິງຄະນະຈັດຕັ້ງແຕ່ວັນທີ 15 ກັນຍາ ຫາວັນທີ 31 ຕຸລາ, ຕາມສະຖານທີ່: ສະພາເຍົາວະຊົນສູນກາງ (ເຮືອນເລກທີ 62 ບ່າຈ້ຽວ, ເມືອງຮວ່ານກ໊ຽມ, ນະຄອນຮ່າໂນ້ຍ).

ໂດຍ: ເຈິ່ນຮວ່ຽນ