ທ່ານພົນໂທ ເຈິ່ນເດີນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ເຂົ້າຮ່ວມພິທີດັ່ງກ່າວ. ກິດຈະກໍາໄດ້ກໍ່ສ້າງໃນເນື້ອທີ່ຫຼາຍກວ່າ 1.100 ຕາເມັດ ເຊິ່ງລວມມີ: ຫ້ອງໂຖງ, ຫ້ອງບູຊາປະທານໂຮ່ຈີມິນ, ແຜ່ນຈາລຶກຊື່ຂອງວິລະຊົນນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ແນວແຂວນລະຄັງ, ແຂວນກອງ, ຮ້ານບູຊາ... ແລະກິດຈະກໍາຍ່ອຍອື່ນໆ.

leftcenterrightdel
ພິທີລົງມືກໍ່ສ້າງກິດຈະກໍາປູຊະນີຍະສະຖານປະຫວັດສາດລະດັບຊາດເຂດໂດ່ນລອງໂຄດ. ພາບ: baolongan.vn.

ໃນການຕໍ່ສູ້ຕ້ານອາເມລິກາກູ້ຊາດ ແລະສົງຄາມປົກປັກຮັກສາຊາຍແດນຢູ່ເຂດຕາເວັນຕົກສ່ຽງໃຕ້, ເຂດແຫ່ງນີ້ແມ່ນສະໜາມຮົບທີ່ດຸເດືອດລະຫວ່າງກອງທັບເຮົາ ແລະສັດຕູ. ພາຍຫຼັງການກໍ່ສ້າງສໍາເລັດ, ກິດຈະກໍາດັ່ງກ່າວພ້ອມກັບລະບົບບັນດາປູຊະນີຍະສະຖານປະຫວັດສາດອື່ນອີກ ຈະກາຍເປັນກຸ່ມປູຊະນີຍະສະຖານປະຫວັດສາດທີ່ກວ້າງໃຫຍ່ໃນບໍລິເວນແຂວງ, ພ້ອມທັງແມ່ນສະຖານທີ່ສະແດງຄວາມຮູ້ບຸນຄຸນ, ສຶກສາອົບຮົມກ່ຽວກັບມູນເຊື້ອຮັກຊາດໃຫ້ແກ່ຄົນຮຸ່ນໜຸ່ມ.

ໂດຍ: ທູຈາງ