leftcenterrightdel
ບັນຍາກາດຕະຫຼາດເຂດພູສູງ ຢູ່ໝູ່ບ້ານວັດທະນະທໍາ-ທ່ອງທ່ຽວບັນດາເຜົ່າຫວຽດນາມ. ພາບເອກະສານ: ສໍານັກຂ່າວສານຫວຽດນາມ.

ນີ້ແມ່ນບັນດາການເຄື່ອນໄຫວເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນຊາດ (2-9-1945 / 2-9-2020), ຜ່ານນັ້ນ, ແນະນໍາບັນດາຈຸດວັດທະນະທໍາ, ຮີດຄອງປະເພນີຂອງວົງຄະນາຍາດ 54 ຊົນເຜົ່າຫວຽດນາມ; ໂຄສະນາ, ອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າວັດທະນະທໍາທີ່ເປັນເອກະລັກສະເພາະຂອງປະຊາຊົນບັນດາເຜົ່າ, ດຶງດູດແຂກທ່ອງທ່ຽວ. ບັນດາການເຄື່ອນໄຫວໄດ້ປະກອບສ່ວນສ້າງຜະລິດຕະພັນການທ່ອງທ່ຽວເທື່ອລະກ້າວ, ເປີດສາກໃຫ້ແກ່ການທ່ອງທ່ຽວທ້າຍປີ 2020, ແຜ່ຂະຫຍາຍຈິດໃຈແກ້ໄຂຄວາມຫຍຸ້ງຍາກ, ປ້ອງກັນ, ຕ້ານພະຍາດໂຄວິດ-19.

ບັນດາການເຄື່ອນໄຫວດ້ວຍຫົວຂໍ້ “ຕ້ອນຮັບບຸນວັນຊາດ” ມີການເຂົ້າຮ່ວມຂອງ 100 ພໍ່ແມ່ປະຊາຊົນໃນ 16 ຊົນເຜົ່າ (ໄຕ່, ຢາວ, ມົ້ງ, ນຸ່ງ, ໄທ, ເມື່ອງ, ຂະໝູ, ເອີດູ, ຕ່າໂອຍ, ເກີຕູ, ເອເດ, ຂະແມ...) ພ້ອມກັບບັນດານັກສິລະປິນ, ນັກສະແດງ 30 ຄົນ.

ໂດຍ: ເຈິ່ນຮວ່ຽນ