leftcenterrightdel
ເຂດປູຊະນີຍະສະຖານລະດັບຊາດພິເສດທັດສະນີຍະພາບ ນາຂັ້ນໄດໝູ່ກາງຈ໋າຍ. ພາບ: thuonghieucongluan.com.vn.

ງານບຸນດັ່ງກ່າວຄາດຄະເນວ່າຈະດໍາເນີນແຕ່ວັນທີ 29 ສິງຫາຫາວັນທີ 18 ຕຸລາ ດ້ວຍຈຸດພົ້ນເດັ່ນແມ່ນບັນດາກິດຈະກໍາ, ຄື: ການແຂ່ງຂັນແລ່ນ ມາຣາທອນ “ຄົ້ນຫາໝູ່ກາງຈ໋າຍ”, ເຂົ້າຮ່ວມ “ບິນເວີ່ນຢູ່ເທິງທັດສະນີຍະພາບ” ດ້ວຍຍົນເຮລີກົບແຕ, ລາຍການສະແດງ "ໝູ່ກາງຈ໋າຍສີ່ລະດູ”. ຄຽງຂ້າງນັ້ນ, ຍັງດໍາເນີນບັນດາກິດຈະກໍາທີ່ເປັນເອກະລັກສະເພາະ, ຄື: ຈັດຕັ້ງພິທີໄຂ ແລະຮັບໃບຮັບຮອງປູຊະນີຍະສະຖານລະດັບຊາດພິເສດທັດສະນີຍະພາບ ນາຂັ້ນໄດໝູ່ກາງຈ໋າຍ; ລາຍການສະແດງສິລະປະໃນຕອນຄໍ່າວັນເສົາແຕ່ລະອາທິດ, ງານວາງສະແດງຮູບພາບສິລະປະດ້ວຍຫົວຂໍ້ “ໝູ່ກາງຈ໋າຍ-ຄວາມສວຍງາມຂອງທຳມະຊາດທີ່ໃຫຍ່ໂຕມະໂຫຖານ”...

ໂດຍ: ກວຽດເຕິມ