ງານວາງສະແດງໄດ້ແນະນໍາຮູບພາບເອກະສານ 100 ແຜ່ນ. ຜ່ານເນື້ອໃນວາງສະແດງ, ພໍ່ແມ່ປະຊາຊົນພາຍໃນປະເທດ ແລະເພື່ອນມິດສາກົນມີໂອກາດເພື່ອຊອກຮູ້ຫຼາຍກວ່າອີກກ່ຽວກັບຂະໜາດຂອງສະໄໝ, ຄວາມໝາຍປະຫວັດສາດຂອງການປະຕິວັດເດືອນສິງຫາ 1945; ພິເສດແມ່ນບົດບາດຂອງປະທານໂຮ່ຈີມິນ ດ້ວຍການກໍາເນີດຂອງປະຊາທິປະໄຕ ສາທາລະນະລັດຫວຽດນາມ.

leftcenterrightdel
ບັນດາຜູ້ແທນຢ້ຽມຊົມງານວາງສະແດງຫົວເລື່ອງສະເພາະ “ປະທານໂຮ່ຈີມິນ-ຜູ້ທີ່ສ້າງຕັ້ງປະຊາທິປະໄຕ ສາທາລະນະລັດຫວຽດນາມ”. ພາບ: ລານແອັງ.

ທີ່ກອງປະຊຸມສໍາມະນາ, ບັນດາຜູ້ແທນໄດ້ຍົກອອກ 38 ບົດຄໍາເຫັນທີ່ໄດ້ເຕື້ອງເຖິງຫຼາຍບັນຫາທີ່ເລິກເຊິ່ງ, ເຂັ້ມຂຸ້ນໄປດ້ວຍລັກສະນະເປີດເຜີຍ, ເຊີດຊູບັນດາການອຸທິດເຫື່ອແຮງທີ່ຍິ່ງໃຫຍ່ຂອງປະທານໂຮ່ຈີມິນ ສໍາລັບໄຊຊະນະຂອງການປະຕິວັດເດືອນສິງຫາ; ການປະກອບສ່ວນອັນໃຫຍ່ຫຼວງຂອງປະທານໂຮ່ຈີມິນ ສໍາລັບການກໍາເນີດຂອງປະຊາທິປະໄຕສາທາລະນະລັດຫວຽດນາມ; ຄຸນຄ່າປະຫວັດສາດ ແລະວິໄສທັດຍຸດທະສາດຂອງປະທານໂຮ່ຈີມິນ ໃນບົດຖະແຫຼງປະກາດເອກະລາດ; ປະທານໂຮ່ຈີມິນ ແລະແນວທາງການທູດເພື່ອສັນຕິພາບ...

ໂດຍ: ທູຈາງ