leftcenterrightdel
ພາບປະກອບຄັດຈາກ: ສໍານັກຂ່າວສານຫວຽດນາມ.

ໃນຂະນະທ່ີປະເທດຕ່າງໆໄດ້ວາງມາດຕະການຈຳກັດໃນການເຄື່ອນໄຫວຕ່າງໆເພື່ອປ້ອງກັນພະຍາດໂຄວິດ-19. ທ່ານ ຈູຣາບ ໂປໂລລີກັສວີລີ ເລຂາທິການໃຫຍ່ອົງການທ່ອງທ່ຽວໂລກ ກ່າວວ່າ ຂະແໜງການທ່ອງທ່ຽວພວມຊຸດໂຊມລົງສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນຫລາຍລ້ານຄົນ. ຂໍ້ມູນຫລ້າສຸດສະແດງໃຫ້ເຫັນວ່າ ບັນຫາສຳຄັນທ່ີສຸດແມ່ນການຟື້ນຟູຂະແໜງການທ່ອງທ່ຽວຢ່າງຮີບດ່ວນ. ໃນຂະນະທ່ີ,​ ບາງສະຖານທ່ີທ່ອງທ່ຽວພວມມີການຟື້ນຟູຄືນ, ອົງການທ່ອງທ່ຽວໂລກ ປະກາດເຕືອນວ່າຂະແໜງການທ່ອງທ່ຽວພວມປະເຊີນກັບຄວາມສ່ຽງຢ່າງຮຸນແຮງເປັນຕົ້ນຄວາມສ່ຽງເຊື້ອໄວຣັສກັບຄືນມາແຜ່ລະບາດອີກຄັ້ງ ແລະອື່ນໆ.

ເນື້ອໃນ: ຂປລ