leftcenterrightdel
ພິທີປະກາດຂໍ້ຕົກລົງວ່າດ້ວຍການສ້າງຕັ້ງອົງການຜູ້ຕາງໜ້າຂອງສູນຢູ່ພາກກາງ-ໄຕງວຽນ. ພາບ: ບັກຮ້ຽບ.

ສູນ UNESCO ຄົ້ນຄວ້າ ແລະນໍາໃຊ້ພຸດທະວິທະຍາຫວຽດນາມ ແມ່ນອົງການສະມາຊິກຂອງສະຫະ​ສະມາຄົມ​ບັນດາ​ສະມາຄົມ UNESCO ຫວຽດນາມ, ໄດ້ຮັບການສ້າງຕັ້ງແຕ່ປີ 1999. ສູນເຄື່ອນໄຫວໃນຂົງເຂດຄົ້ນຄວ້າ ແລະນໍາໃຊ້ພຸດທະວິທະຍາ, ເຕົ້າໂຮມພູມປັນຍາຂອງວົງຄະນະຍາດ, ຄົ້ນຄວ້າຫຼັກພະທໍາຄຳສັ່ງສອນຂອງພະພຸດທະເຈົ້າ, ຫຼັກມູນພຸດທະວິທະຍາຕ່າງໆຢ່າງມີວິທະຍາສາດ, ມີລະບົບ, ຄັດເລືອກເພື່ອນໍາໃຊ້ເຂົ້າໃນຊີວິດວັດທະນະທໍາ ແລະຈິດໃຈຂອງປະຊາຊົນ, ນໍາໃຊ້ບັນດາມາດຕະການເພື່ອປະກອບສ່ວນເຂົ້າໃນການສຶກສາອົບຮົມຄວາມເປັນມະນຸດ, ເຮັດກຸສົນ, ສົ່ງເສີມການສຶກສາ, ເບິ່ງແຍງດູແລສຸຂະພາບໃນຊຸມຊົນ. ການສ້າງຕັ້ງອົງການຜູ້ຕາງໜ້າພາກກາງ-ໄຕງວຽນຂອງສູນແມ່ນເພື່ອຕອບສະໜອງຄວາມຕ້ອງການໃນສະພາບຕົວຈິງ ແລະປະກອບສ່ວນເສີມຂະຫຍາຍບັນດາຄຸນຄ່າມະນຸດສະທໍາ, ສ້າງຜົນປະໂຫຍດໃຫ້ແກ່ຊຸມຊົນຫຼາຍກວ່າອີກ.

ໂດຍ: ດັ້ງເກື່ອງ