ຕາມພະແນກທ່ອງທ່ຽວດ່ານັ້ງແລ້ວ, ງານບຸນ “ສຸດຍອດດ່ານັ້ງ 2020” ໄດ້ຍົກລະດັບຈາກເຫດການປະຈໍາປີ “ດ່ານັ້ງ-ຈຸດນັດພົບລະດູຮ້ອນ” ຕາມທິດເພີ່ມຂອບຂະໜາດກາຍເປັນເຫດການວັດທະນະທໍາການທ່ອງທ່ຽວທີ່ເປັນເອກະລັກສະເພາະ, ດຶງດູດນັກທ່ອງທ່ຽວ.

leftcenterrightdel
ລາຍການໄຂງານບຸນ “ສຸດຍອດດ່ານັ້ງ 2020” ຈະດໍາເນີນເວລາ 19 ໂມງ 30 ນາທີໃນວັນທີ 31 ກໍລະກົດ. ພາບ: vov.vn.

ບັນດາກິດຈະກໍາເຄື່ອນໄຫວງານບຸນ “ສຸດຍອດດ່ານັ້ງ 2020”, ລວມມີ: ຄ່ຳຄືນດົນຕີ EDM ດ້ວຍຫົວຂໍ້ “ປຸກລະດູຮ້ອນຕື່ນ”; ການສະແດງ Flashmob ຢູ່ທະເລດ້ວຍຫົວຂໍ້ “ບິນສີຂຽວ - Magic Fly”; ງານບຸນອາຫານການກິນພື້ນເມືອງຫວຽດນາມ; ການສະແດງກິລາຢູ່ທະເລ; ວັນບຸນແຖບທະເລ, ລາຍການສະແດງດົນຕີຢູ່ຕາມທ້ອງຖະໜົນ...

ໂດຍ: ເຈິ່ນຮວ່ຽນ