leftcenterrightdel
ພິທີຕັດແຖບຜ້າໄຂງານວາງສະແດງຮູບພາບ. ພາບ: ສໍານັກຂ່າວສານຫວຽດນາມ.

ງານວາງສະແດງໄດ້ແນະນໍາຮູບຖ່າຍ 50 ແຜ່ນເຊິ່ງໄດ້ບັນທຶກໄວ້ໃນຈຸດເວລາຕ່າງໆ, ເຫດການທີ່ພົ້ນເດັ່ນ, ຄວາມປະທັບໃຈກ່ຽວກັບສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງຫວຽດນາມ-ອາເມລິກາ ເວົ້າລວມ, ແຂວງກວ໋າງຈິກັບບັນດາຄູ່ຮ່ວມມືອາເມລິກາເວົ້າສະເພາະ ໃນຕະຫຼອດ 25 ປີຜ່ານມາ. ເຫດການປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນລະຫວ່າງແຂວງກວ໋າງຈິ ແລະບັນດາຄູ່ຮ່ວມມືອາເມລິກາ, ນໍ້າໃຈມິດຕະພາບລະຫວ່າງປະຊາຊົນສອງປະເທດຫວຽດນາມ-ອາເມລິກາ ໃຫ້ນັບມື້ນັບໝັ້ນແກ່ນ. ງານວາງສະແດງຈະດໍາເນີນໄປຮອດວັນທີ 13 ກໍລະກົດ 2020 ຈຶ່ງອັດລົງ.

ໂດຍ: ເຈິ່ນຮວ່ຽນ