leftcenterrightdel
ອ່າວຮ້າລອງ. ພາບ: ກວາງຫງອັກ.

ຕາມວາລະສານ Insider ແລ້ວ, ດ້ວຍຄວາມງາມທໍາມະຊາດພິເສດ, ອ່າວຮ້າລອງ ພວມແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວແຖວໜ້າຢູ່ຫວຽດນາມ. ສະຖານທີ່ແຫ່ງນີ້ກໍ່ໄດ້ຮັບການຮັບຮອງວ່າແມ່ນເຂດມໍລະດົກໂລກຢູແນັສໂກ. ວາລະສານ Insider ແນະນໍາວ່າ “ຊື່ວ່າຮ້າລອງເລີ່ມມາຈາກເທບນິຍາຍກ່ຽວກັບບ່ອນທີ່ມັງກອນບິນລົງເພື່ອປົກປ້ອງໃຫ້ປະເທດ. ເມື່ອມາທ່ຽວຢູ່ແຫ່ງນີ້, ນັກທ່ອງທ່ຽວສາມາດຊົມທັດສະນີຍະພາບທີ່ສວຍງາມ ແລະເຂົ້າຮ່ວມການເຄື່ອນໄຫວຕ່າງໆ, ຄື: ພາຍເຮືອ Kayak, ນັ່ງໃນຍົນເຮລີກອບເຕີເພື່ອຊົມທັດສະນີຍະພາບທັງໝົດຂອງອ່າວຮ້າລອງ”.

ໂດຍ: ທູຈາງ