ທ່ານ ໂດ໋ຮຸ່ງຫວຽດ, ຫົວໜ້າກົມບັນດາອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ໃຫ້ຮູ້ວ່າ ໃນໄລຍະ 6 ເດືອນຕົ້ນປີ 2020, ໃນຖານະບົດບາດເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ, ຫວຽດນາມ ໄດ້ເຂົ້າຮ່ວມບົນຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ຕັ້ງໜ້າ, ມີຄວາມຮັບຜິດຊອບ, ມີຄວາມດຸນດ່ຽງ, ສະແດງໃຫ້ເຫັນຢ່າງຈະແຈ້ງຫຼັກໝັ້ນສະໜັບສະໜູນການເຄົາລົບກົດບັດ ສປຊ ແລະບັນດາຫຼັກການພື້ນຖານຂອງກົດໝາຍສາກົນ; ສະໜັບສະໜູນການຊອກຫາມາດຕະການໃຫ້ແກ່ການປະທະກັນຢູ່ພາກພື້ນ, ສາກົນຜ່ານການເຈລະຈາ, ປຶກສາຫາລືສັນຕິພາບ, ພ້ອມທັງເຊີດຊູບັນດາຄວາມມານະພະຍາຍາມ, ບົດຮຽນຂອງຕົນໃນວິວັດການສ້າງສາພັດທະນາປະເທດຊາດຄືນໃໝ່, ເຊື່ອມໂຍງເຂົ້າກັບສາກົນ ແລະພາກພື້ນ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ຕາມນັ້ນແລ້ວ, ສອງຝ່າຍຈະປະຕິບັດແຜນນະໂຍບາຍເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ, ຍູ້ແຮງການເຂົ້າຮ່ວມ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປະຕິຮູບ ແລະຜັນຂະຫຍາຍການເຄື່ອນໄຫວຕົວຈິງຂອງຢູແນສໂກ, ສືບຕໍ່ຍົກສູງ, ເສີມຂະຫຍາຍພາບພົດ, ຖານະທີ່ຕັ້ງ, ບົດບາດຂອງຫວຽດນາມທີ່ບັນດາເວທີປາໄສຂອງຢູແນສໂກ...

ຄຽງຂ້າງນັ້ນ, ຫວຽດນາມ ຈະສືບຕໍ່ເສີມຂະຫຍາຍບົດບາດຂອງຄະນະກໍາມະການແຫ່ງຊາດຢູແນສໂກຫວຽດນາມ; ໝູນໃຊ້ແນວຄວາມຄິດຂອງຢູແນສໂກ ເພື່ອຮັບໃຊ້ການພັດທະນາປະເທດຊາດ, ໂດຍສະເພາະແມ່ນໃນຂົງເຂດການສຶກສາ, ວິທະຍາສາດທໍາມະຊາດ, ວິທະຍາສາດສັງຄົມ, ວັດທະນະທໍາ...

ໂດຍ: ໄຊຊະນະ