ທີ່ວັນບຸນໄດ້ດໍາເນີນງານມະໂຫລານ “ຝີມືດີ” ດ້ວຍການແຂ່ງຂັນຕ່າງໆ, ຄື: ອອກແບບກັບຂອງຂວັນ, ຫຼີ້ນໝາກຮຸກ, ຫຼີ້ນກິລາ, ເຂດອ່ານປື້ມ... ພິເສດ, ເຍົາວະຊົນຢູ່ບ້ານເດັກນ້ອຍກຳພ້າ, ສູນສົງເຄາະໄດ້ຄະນະຈັດຕັ້ງຈັດເຂດລະຫຼີ້ນບັນເທີງ, ລະຫຼີ້ນພື້ນເມືອງທີ່ເໝາະສົມກັບພວກນ້ອງ. ນອກຈາກນັ້ນ,  ຄະນະຈັດຕັ້ງຍັງມອບຂອງຂວັນທີ່ມີຄວາມໝາຍໃຫ້ພວກນ້ອງເນື່ອງໃນໂອກາດວັນເດັກນ້ອຍສາກົນ.

leftcenterrightdel
ງານມະໂຫລານ “ຝີມືດີ” ຢູ່ວັນບຸນສ້າງຄວາມປະທັບໃຈໃຫ້ເຍົາວະຊົນ. ພາບ: ຮຸ່ງຄວາ.

ໃນຂອບເຂດວັນບຸນຍັງມີເວທີສະແດງລະຄອນ “ວັນບຸນຂອງເດັກນ້ອຍ” ດ້ວຍບັນດາລາຍການສະແດງສິລະປະທີ່ເປັນເອກະລັກສະເພາະ, ຕີກອງ, ເປົ່າແກ, ກາຍຍະສິນ, ຫຼິ້ນກົນ, ຟ້ອນຕຸກກະຕາ... ຊ່ວຍໃຫ້ເຍົາວະຊົນນະຄອນມີວັນບຸມທີ່ເບີກບານມ່ວນຊື່ນ ແລະມີຄວາມໝາຍ.

ໂດຍ: ເຈິ່ນຮວ່ຽນ