leftcenterrightdel
ຮູບພາບໃນເລື່ອງ “ຕຳນານ ກວ໊ານຕຽນ” ເຂົ້າຮ່ວມງານປະກວດປີກວ່າວ 2020. ຮູບພາບໂດຍຄະນະສ້າງຮູບເງົາສະໜອງ.

ຕາມນັ້ນແລ້ວ, ພິທີມອບລາງວັນຢູ່ເຂດພາກເໜືອຈະຈັດຂຶ້ນໃນວັນທີ 12 ພຶດສະພາ ຢູ່ທີ່ຫ້ອງສາຍຮູບເງົາຂອງສະມາຄົມຮູບເງົາຫວຽດນາມ ( 51 ເຈິ່ນ ຮຶງດ້າວ, ຮ່າໂນ້ຍ) ແລະຢູ່ນະຄອນໂຮ່ຈິມິນ ຈະໄດ້ຈັດຂຶ້ນໃນວັນທີ 16 ພຶດສະພາ 2020. ພິທີມອບລາງວັນໃນປີນີ້ຈະບໍ່ມີເຫດການເດີນພົມແດງ, ບໍ່ໄດ້ຖ່າຍທອດສົດທາງໂທລະພາບ. ນັກສິລະປິນປະຊາຊົນ ດັ້ງຊວນຫາຍ, ປະທານສະມາຄົມຮູບເງົາຫວຽດນາມ ໃຫ້ຮູ້ວ່າ, ປີນີ້ນອກຈາກປະລິມານບົດປະພັນ, ກິດຈະກຳຄົ້ນຄວ້າຮູບເງົາທີ່ລົງທະບຽນເຂົ້າຮ່ວມງານປະກວດຫຼາຍກວ່າເມື່ອທຽບໃສ່ກັບທຸກປີແລ້ວນັ້ນ, ຄຸນນະພາບຂອງບັນດາບົດປະພັນກໍພົ້ນເດັ່ນກວ່າຫຼາຍ, ສິ່ງນັ້ນໄດ້ສະແດງໃຫ້ເຫັນການພັດທະນາຂອງຮູບເງົາຫວຽດນາມ ໃນປີຜ່ານມາ. ລາງວັນປີກວ່າວ 2020 ມີຮູບເງົາປະເພດຕ່າງໆເຂົ້າຮ່ວມງານປະກວດຄື  ຮູບເງົາເລື່ອງຍາວ 16 ເລື່ອງ, ຮູບເງົາໂທລະພາບ 13 ເລື່ອງ, ຮູບເງົາເອກະສານວິທະຍາສາດ 46  ເລື່ອງ, ຮູບເງົາກາຕູນ 17 ເລື່ອງ, ກິດຈະກຳຄົ້ນຄວ້າ 6 ກິດຈະກຳ ແລະຮູບເງົາເລື່ອງສັ້ນ 17 ເລື່ອງ.

ໂດຍ: ໄຊຊະນະ