ລາຍການຈະດໍາເນີນແຕ່ວັນທີ 4-31 ພຶດສະພາ, ດ້ວຍການເຂົ້າຮ່ວມຂອງພໍ່ແມ່ປະຊາຊົນ 12 ຊົນເຜົ່າ, ຄື: ໄຕ (ທ໊າຍຫງວຽນ); ຢາວ (ບາວີ່, ຮ່າໂນ້ຍ); ມົ້ງ (ຮ່າຢາງ); ຂະມຸ (ເງະອານ); ຕ່າໂອຍ, ເກີຕູ (ເທື່ອທຽນ-ເຫວ໋); ບານາ (ຢາລາຍ); ເຊີດັງ (ກອນຕູມ); ເອເດ (ດັ໊ກລັ໊ກ); ຂະແມ (ຊ໊ອກຈັງ)...

leftcenterrightdel
ຈັດຕັ້ງກິດຈະກໍາຕ່າງໆດ້ວຍຫົວຂໍ້ “ເດືອນພຶດສະພາ ຄິດຮອດລຸງໂຮ່”. ພາບ: ທຸ໊ຍງາ.

ໃນຂອບເຂດລາຍການມີກິດຈະກໍາ “ພໍ່ແມ່ປະຊາຊົນຢູ່ໝູ່ບ້ານກັບລຸງໂຮ່ ຜ່ານບັນດາເລື່ອງລາວຕ່າງໆ”; ວາງສະແດງຮູບພາບຂອງລຸງໂຮ່ ຜ່ານບັນດາວັດຖຸພັນ, ເອກະສານເກັບຮັກສາ; ສະແດງລາຍການສິລະປະດ້ວຍຫົວຂໍ້ “ຂອງຂວັນເດືອນພຶດສະພາມອບໃຫ້ເພິ່ນ”… ຕາມຄະນະຄຸ້ມຄອງໝູ່ບ້ານ, ຖ້າວ່າໃນເດືອນພຶດສະພາ ພະຍາດໂຄວິດ-19 ຍັງບໍ່ທັນຢຸດຕິ, ບັນດາກິດຈະກໍາ ຈະໄດ້ປະຕິບັດໃນວັນທ້າຍອາທິດເທົ່ານັ້ນ ແລະຈະຫຼຸດຜ່ອນຂອບຂະໜາດລົງ, ປະຕິບັດບັນດາມາດຕະການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງເຂັ້ມງວດ.

ໂດຍ: ຄໍາແພງ