leftcenterrightdel
ຮູບພາບ “ລ້າງດອກບົວນ້ຳ”ຂອງນັກຖ່າຍຮູບ ຫງວຽນເຕິ໊ນຕ໊ວນ.

ຄະນະຈັດຕັ້ງງານປະກວດໄດ້ຮັບຮູບພາບຂອງນັກຖ່າຍຮູບ 132 ຄົນໃນທົ່ວໂລກ ສົ່ງມາດ້ວຍບັນດາຫົວຂໍ້, ຄື: ມະນຸດ, ການທ່ອງທ່ຽວ, ທິວທັດທໍາມະຊາດ... ລາງວັນ “ນັກຖ່າຍຮູບດີເດັ່ນທີ່ສຸດ” ແມ່ນໄດ້ແກ່ນັກຖ່າຍຮູບ Istvan Kerekes (ຮຸງກາລີ). ບັນດານັກຖ່າຍຮູບຫວຽດນາມ ຍາດໄດ້ຫຼາຍລາງວັນ, ຄື: ຮູບພາບ “ພູພຽງແຫ່ງສ້າງຄວາມສະອອນໃຈ” ຂອງນັກຖ່າຍຮູບ ຫວູແມັ້ງເກື່ອງ, “ລ້າງດອກບົວນ້ຳ” ຂອງນັກຖ່າຍຮູບ ຫງວຽນເຕິ໊ນຕ໊ວນ ຍາດໄດ້ລາງວັນຄໍາ FIAP; “ຕູ໊ເລ້ຍາມລະດູຝົນ” ຍາດໄດ້ລາງວັນຄໍາສະໂມສອນນັກຖ່າຍຮູບ Jadran... ບັນດາຮູບພາບຍາດໄດ້ລາງວັນຈະຖືກວາງສະແດງຢູ່ Montenegro ໃນໄລຍະຈະມາເຖິງ.

ໂດຍ: ຄໍາແພງ