ຕາມນັ້ນແລ້ວ, ບັນດາກິດຈະກໍາເຄື່ອນໄຫວຈະໄດ້ຮັບການຜັນຂະຫຍາຍ ຄື: ເພີ່ມທະວີການພົບປະແລກປ່ຽນໃນຂົງເຂດວັດທະນະທຳ, ສິລະປະ; ຈັດຕັ້ງບັນດາກິດຈະກໍາເຄື່ອນໄຫວງານຕະຫຼາດນັດ, ງານວາງສະແດງຮູບພາບ, ງານວາງສະແດງແນະນໍາບັນດາຜະລິດຕະພັນວັດທະນະທໍາ, ສິລະປະ; ບູລະນະປະຕິສັງຂອນຮ່ອງຮອຍ, ມໍລະດົກວັດທະນະທໍາ; ສົມທົບກັນກໍ່ສ້າງແຫຼ່ງຊັບພະຍາກອນມະນຸດຄຸ້ມຄອງວັດທະນະທໍາ, ສິລະປະຫວຽດນາມ ຢູ່ບັນດາມະຫາວິທະຍາໄລ, ຮາກຖານກໍ່ສ້າງທີ່ມີອິດທິພົນຊື່ສຽງຢູ່ Hessen.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: tdtt.gov.vn.

ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ເຢຍລະມັນ, ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ຈະຈັດຕັ້ງບັນດາກິດຈະກໍາເຄື່ອນໄຫວສະເຫຼີມສະຫຼອງຢູ່ Berlin, Frankfurt, Hessen ໃນເດືອນສິງຫາ ແລະເດືອນກັນຍາ 2020, ດ້ວຍລາຍການສະແດງສິລະປະ, ສາຍຮູບເງົາ, ງານວາງສະແດງແນະນໍາປະເທດຊາດ, ຊາວຫວຽດນາມ.

ໂດຍ: ທະນາພອນ