leftcenterrightdel
ບັນຍາກາດທີ່ພິທີປຸກລະດົມ. ພາບ: ສໍານັກຂ່າວສານຫວຽດນາມ.

ເຫດການແມ່ນໂອກາດເພື່ອສະຫຼຸບ, ຕີລາຄາຜົນແຫ່ງການປະດິດຄິດສ້າງສິລະປະຂອງນັກຖ່າຍຮູບຫວຽດນາມ ໃນປີ 2019-2020. ຄະນະຈັດຕັ້ງສົ່ງເສີມບັນດານັກສິລະປິນປະດິດຫຼາຍຮູບພາບໃໝ່ທີ່ມີຄຸນຄ່າທາງດ້ານເນື້ອໃນ, ສິລະປະ, ຮັບໃຊ້ການດໍາລົງຊີວິດດ້ານວັດທະນະທໍາ, ຈິດໃຈຂອງປະຊາຊົນ, ປະກອບສ່ວນແນະນໍາ, ໂຄສະນາຮູບພາບປະເທດຊາດ ແລະຊາວຫວຽດນາມ. ບັນດານັກຖ່າຍຮູບທີ່ມີອາຍຸແຕ່ 18 ປີຂຶ້ນໄປ, ແມ່ນພົນລະເມືອງຫວຽດນາມ ແລະຊາວຫວຽດນາມ ອາໄສຢູ່ຕ່າງປະເທດລ້ວນແຕ່ສົ່ງຮູບພາບເຂົ້າຮ່ວມການປະກວດໄດ້ດ້ວຍ 2 ປະເພດ, ຄື: ຮູບພາບຕົວຈິງ ແລະຮູບພາບແນວຄວາມຄິດ. ເວລາຮັບຮູບພາບຈະດໍາເນີນໄປຮອດວັນທີ 30 ມິຖຸນາ.

ໂດຍ: ທູຈາງ