leftcenterrightdel
ການແຂ່ງຂັນຊິງລາງວັນ “ນັກສຶກສາຄົ້ນຄວ້າວິທະຍາສາດ” ປີ 2019. ພາບ: sohuutritue.net.vn

ຕາມນັ້ນແລ້ວ, ຫົວຂໍ້ຄົ້ນຄວ້າວິທະຍາສາດຂອງນັກສຶກສາທີ່ເຂົ້າຮ່ວມການແຂ່ງຂັນຊິງລາງວັນຕ້ອງຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການ: ໄດ້ຮັບການຕີລາຄາຖືກຈັດຢູ່ໃນປະເພດດີເລີດຈາກສະພາວິທະຍາສາດຂັ້ນຮາກຖານ; ມີລັກສະນະໃໝ່, ລັກສະນະປະດິດຄິດສ້າງ; ມີຄຸນຄ່າດ້ານວິທະຍາສາດ ແລະພຶດຕິກໍາຕົວຈິງ. ຈໍານວນນັກສຶກສາເຂົ້າຮ່ວມການປະຕິບັດໜຶ່ງຫົວຂໍ້ແມ່ນບໍ່ເກີນ 5 ຄົນ, ໃນນັ້ນຕ້ອງກໍານົດເອົາຜູ້ຮັບຜິດຊອບຫຼັກໃຫ້ຈະແຈ້ງ. ຫົວຂໍ້ຄົ້ນຄວ້າວິທະຍາສາດຂອງນັກສຶກສາເຂົ້າຮ່ວມການແຂ່ງຂັນຊິງລາງວັນໄດ້ແບ່ງອອກເປັນ 6 ປະເພດຕາມຂົງເຂດວິທະຍາສາດ ແລະເຕັກໂນໂລຢີ: ວິທະຍາສາດທໍາມະຊາດ; ວິທະຍາສາດເຕັກນິກ ແລະເຕັກໂນໂລຢີ; ວິທະຍາສາດການແພດ, ການຢາ; ວິທະຍາສາດກະສິກໍາ; ວິທະຍາສາດສັງຄົມ; ວິທະຍາສາດມະນຸດວິທະຍາ.

ເວລາສົ່ງສໍາເນົາເອກະສານເຂົ້າຮ່ວມການແຂ່ງຂັນຊິງລາງວັນແມ່ນເລີ່ມແຕ່ວັນທີ 20 ພຶດສະພາຫາວັນທີ 30 ມິຖຸນາ. ຄາດຄະເນວ່າ, ພິທີສະຫຼຸບ ແລະມອບລາງວັນຈະໄດ້ຈັດຂຶ້ນກ່ອນວັນທີ 15 ທັນວາ.

ໂດຍ: ທະນາພອນ