ນອນໃນເຂດໝູ່ບ້ານວັດທະນະທຳອາຊຽນ, ຮ້ານວາງສະແດງຂອງຫວຽດນາມ ໄດ້ແນະນໍາບັນດາຜະລິດຕະພັນວັດທະນະທໍາ, ທ່ອງທ່ຽວ ແລະຜະລິດຕະພັນເຄື່ອງທີ່ລະນຶກທີ່ເປັນມູນເຊື້ອເພື່ອແຈກຢາຍໃຫ້ແກ່ຜູ້ຊົມ. ມາຢ້ຽມຊົມຮ້ານວາງສະແດງ, ນັກທ່ອງທ່ຽວຫຼາຍຄົນມີຄວາມສົນໃຈຢາກຊອກຮູ້ຂໍ້ມູນຂ່າວສານກ່ຽວກັບບັນດາທັດສະນີຍະພາບທີ່ມີຊື່ສຽງ ເພື່ອກະກຽມໃຫ້ການໄປທ່ອງທ່ຽວຢູ່ຫວຽດນາມ ໃນໄລຍະຈະມາເຖິງ.

leftcenterrightdel
ບັນດານັກທ່ອງທ່ຽວມີຄວາມພໍໃຈກັບເຄື່ອງທີ່ລະນຶກຢູ່ຮ້ານວາງສະແດງຂອງຫວຽດນາມ ຢູ່ງານບຸນວັດທະນະທໍາຫຼາກຫຼາຍຮູບແບບປີ  2017 ຢູ່ແຄນເບີຣາ. ພາບ: vietnamplus.vn.

ນັກທ່ອງທ່ຽວຫຼາຍຄົນມີຄວາມພໍອົກພໍໃຈເມື່ອໄດ້ຮັບການແນະນໍາ ແລະໄດ້ຮັບປຶ້ມແນະນໍາກ່ຽວກັບວິທີປຸງແຕ່ງອາຫານພື້ນເມືອງຂອງຫວຽດນາມ, ຄື: ແນມ, ເຂົ້າປູ້ນຊີ້ນປີ້ງ... ພິເສດແມ່ນບັນດາສື່ສິ່ງພິມທີ່ແນະນໍາກ່ຽວກັບຜະລິດຕະພັນສົ່ງອອກຂອງຫວຽດນາມ, ໃນນັ້ນມີຜະລິດຕະພັນ, ຄື: ກຸ້ງ, ໝາກມັງກອນ, ໝາກລຳໄຍ... ໄດ້ຮັບຄວາມສົນໃຈຈາກບັນດາຜູ້ຊົມ. ນອກຈາກຮ້ານວາງສະແດງວັດທະນະທໍາ ແລະອາຫານການກິນແລ້ວ, ໃນບັນຍາກາດງານບຸນປີນີ້ຍັງມີ 6 ເວທີສະແດງລະຄອນດ້ວຍການເຂົ້າຮ່ວມສະແດງຂອງກຸ່ມນັກສິລະປິນນັບຮ້ອຍຄົນທີ່ມາຈາກຫຼາຍປະເທດ ແລະບັນດາກຸ່ມປະຊາຄົມ.

ໂດຍ: ຄໍາແພງ