ກ່າວຄໍາເຫັນທີ່ພິທີໄຂ, ທ່ານ ຫງວຽນຕ໊ຽນທຶກ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ຮຸງກາລີ ຕີລາຄາສູງບົດບາດເປັນຂົວຕໍ່ຂອງບັນດາສະມາຊິກສະມາຄົມມິດຕະພາບຮຸງກາລີ-ຫວຽດນາມ, ບັນດານັກສຶກສາຫວຽດນາມ ທີ່ຮໍ່າຮຽນຢູ່ຮຸງກາລີ ແລະປະຊາຄົມຫວຽດນາມ ຢູ່ຮຸງກາລີ ໃນການສືບຕໍ່ຊຸກຍູ້ການພົວພັນສອງປະເທດພັດທະນາຢ່າງແຮງ ແລະແທດຈິງໃນໄລຍະຈະມາເຖິງ.

ຕາມທ່ານ Botz Laszlo, ປະທານສະມາຄົມມິດຕະພາບຮຸງກາລີ-ຫວຽດນາມ, ສະມາຄົມມີພະນັກງານຫຼັກແຫຼ່ງແມ່ນບັນດານັກຮົບເກົ່າຮຸງກາລີ ໄດ້ເຂົ້າຮ່ວມໜູນຊ່ວຍຫວຽດນາມ ໃນການຕໍ່ສູ້ຕ້ານອາເມລິກາ ກູ້ຊາດ.

leftcenterrightdel
ບັນຍາກາດທີ່ງານວາງສະແດງ. ພາບ: ຮົ່ງກີ່.

ນີ້ແມ່ນເຫດການທໍາອິດໃນບັນດາການເຄື່ອນໄຫວໂດຍສະມາຄົມມິດຕະພາບຮຸງກາລີ-ຫວຽດນາມ ສົມທົບກັບສະຖານທູດຫວຽດນາມ ປະຈໍາ ຮຸງກາລີ ພ້ອມກັບບັນດາອົງການທີ່ກ່ຽວຂ້ອງ ແລະອໍານາດການປົກຄອງທ້ອງຖິ່ນຂອງຮຸງກາລີ ຈັດຕັ້ງໃນປີ 2020, ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ຮຸງກາລີ ຄົບຮອບ 70 ປີ (3/2/1950-3/2/2020) ແລະວັນປົດປ່ອຍພາກໃຕ້ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ ຄົບຮອບ 45 ປີ.

ການນໍາສະມາຄົມບັນດາເພື່ອນມິດຂອງກອງທັບ ແລະສັງຄົມຮຸງກາລີ ໄດ້ຊົມເຊີຍ ແລະຫວັງວ່າງານວາງສະແດງດັ່ງກ່າວຈະປະກອບສ່ວນເພື່ອໃຫ້ຄົນຮຸ່ນໜຸ່ມຮຸງກາລີ ມີຄວາມເຂົ້າໃຈຕື່ມອີກກ່ຽວກັບການພົວພັນຮຸງກາລີ-ຫວຽດນາມ, ພ້ອມທັງຮູ້ຈັກສົງຄາມ ແລະຄວາມໝາຍຂອງບັນດາການເຄື່ອນໄຫວຮັກສາສັນຕິພາບສາກົນໃຫ້ຈະແຈ້ງກວ່າອີກ.

ບັນດາຮູບພາບ ແລະຮູບແກະສະຫຼັກຈະໄດ້ວາງສະແດງໄປຮອດຕົ້ນເດືອນມີນາ 2020, ຢູ່ຫໍວັດທະນະທໍາ ແລະດໍາເນີນຊີວິດປະຊາຄົມນະຄອນ Székesfehérvár ໜຶ່ງໃນບັນດານະຄອນໃຫຍ່ ແລະແມ່ນກຸງເກົ່າປະຫວັດສາດ, ສະຖານທີ່ຂຶ້ນຄອງລາດຂອງເຈົ້າຊີວິດຮຸງກາລີ 43 ອົງ.

ໂດຍ: ໄຊນີດາ