leftcenterrightdel
ບັນດາຜູ້ແທນຕັດແຖບຜ້າໄຂງານວາງສະແດງ.  ພາບ: ຮົ່ງຊ໋າງ

ງານວາງສະແດງລວມມີ 3 ພາກສ່ວນ: ຫງວຽນອ໊໋າຍກວ໊ັກ, ຜູ້ສ້າງຕັ້ງພັກກອມມູນິດຫວຽດນາມ; ປະທານໂຮ່ຈີມິນ, ຜູ້ນໍາພາ ແລະຝຶກຝົນຫຼໍ່ຫຼອມພັກກອມມູນິດຫວຽດນາມ ແລະເສີມຂະຫຍາຍຄວາມໝາຍດ້ານການເມືອງ, ວັດທະນະທໍາ, ກິດຈະກໍາສຸສານປະທານໂຮ່ຈີມິນ, ປົກປ້ອງພື້ນຖານແນວຄິດຂອງພັກໃຫ້ໝັ້ນຄົງເຂັ້ມແຂງ.

leftcenterrightdel
ພະນັກງານ, ນັກຮົບຮັບຟັງການແນະນໍາກ່ຽວກັບຊີວິດ, ພາລະກິດຂອງປະທານໂຮ່ຈີມິນ. ພາບ: ຮົ່ງຊ໋າງ

ງານວາງສະແດງມີຮູບພາບເອກະສານອັນລໍ້າຄ່າ 120 ແຜ່ນ, ສັງເຂບກ່ຽວກັບໄລຍະທາງແຫ່ງການຕໍ່ສູ້ທີ່ສະຫງ່າອົງອາດຂອງພັກກອມມູນິດຫວຽດນາມ, ຫວນຄືນບັນດາຄວາມຫຍຸ້ງຍາກລໍາບາກ, ການເສຍສະຫຼະອັນໃຫຍ່ຫຼວງ, ບັນດາໄຊຊະນະອັນສະຫງ່າລາສີເຊິ່ງປະຊາຊົນຫວຽດນາມ ຍາດມາໄດ້ພາຍໃຕ້ການນໍາພາຂອງພັກນໍາໂດຍແມ່ນປະທານໂຮ່ຈີມິນ ແລະບັນດາໝາກຜົນຂອງຄະນະຄຸ້ມຄອງສຸສານ, ກອງບັນຊາການປ້ອງກັນສຸສານປະທານໂຮ່ຈີມິນ ແລະບັນດາກົມກອງຍາດມາໄດ້ໃນວິວັດທະນາການປະຕິບັດໜ້າທີ່.

ໂດຍ: ທູຈາງ