ງານບຸນຝະລັ່ງແມ່ນການລະຫຼີ້ນບັນເທີງ, ຊື້ຂອງຂວັນບຸນເຕັດທີ່ສະຫງວນໃຫ້ແກ່ປະຊາຊົນນະຄອນຫຼວງ. ເຫດການດໍາເນີນດ້ວຍການເປັນປະທານຂອງສະຖານທູດຝະລັ່ງ ປະຈໍາ ຮ່າໂນ້ຍ ແລະຄະນະກໍາມະການປະຊາຊົນນະຄອນຮ່າໂນ້ຍ. ທ່ານ Nicolas Warnery ໃຫ້ຮູ້ວ່າ, ເຫດການປີນີ້ໄດ້ເຕົ້າໂຮມ 40 ຮ້ານວາງສະແດງທີ່ມາຈາກບັນດາໂຮງແຮມ, ຮ້ານກິນດື່ມ, ບັນດາບໍລິສັດນໍາເຂົ້າສະບຽງອາຫານ ແລະເຫຼົ້າແວງທີ່ມີຊື່ສຽງຂອງຝະລັ່ງ ດ້ວຍບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງຝະລັ່ງ.

leftcenterrightdel
ພໍ່ຄົວຮ້ານກິນດື່ມຝະລັ່ງ ຢູ່ຮ່າໂນ້ຍ ແນະນໍາກ່ຽວກັບອາຫານການກິນຝະລັ່ງຢູ່ນອກກອງປະຊຸມຂ່າວ. ພາບ: infonet.vietnamnet.vn.

ພ້ອມກັບບັນດາຈຸດພົ້ນເດັ່ນກ່ຽວກັບວັດທະນະທໍາອາຫານການກິນ, ປະຊາຊົນທີ່ເຂົ້າຮ່ວມເຫດການຍັງໄດ້ຊອກຮູ້ກ່ຽວກັບບັນດາໂຄງການຮ່ວມມືສໍາຄັນລະຫວ່າງສອງປະເທດອີກດ້ວຍເປັນຕົ້ນແມ່ນໂຄງການ Metro ຮ່າໂນ້ຍ, ຄົ້ນຄວ້າກ່ຽວກັບມົນລະພິດອາກາດ,... ເຊິ່ງໄດ້ປະກອບສ່ວນຊ່ວຍປະຊາຊົນນະຄອນຫຼວງມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບວິວັດການຮ່ວມມືລະຫວ່າງ ຫວຽດນາມ ແລະຝະລັ່ງ ໃນປະຈຸບັນ ກໍ່ຄືບັນດາບາດກ້າວພັດທະນາຂອງການພົວພັນນີ້ໃນອະນາຄົດ.

ໂດຍ: ຄໍາແພງ