ວັນທີ 4 ມັງກອນ, ຕາແສງ ຮາງເກຍ ແລະຕາແສງປ່າກໍ່ (ເມືອງມາຍເຈົາ, ແຂວງຮວ່າບີ່ງ) ໄດ້ສົມທົບກັນຈັດຕັ້ງພິທີໄຂງານບຸນ ເກົ່າເຕົ່າ ຊົນເຜົ່າມົ້ງປີ 2020. ນີ້ແມ່ນກິດຈະກໍາທີ່ເປັນມູນເຊື້ອສະເພາະຂອງພໍ່ແມ່ປະຊາຊົນເຜົ່າມົ້ງເນື່ອງໃນໂອກາດອວຍພອນພັກ, ອວຍພອນປີໃໝ່ ແລະມຸ່ງໄປເຖິງເຫດການສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 90 ປີ (03/2/1930 - 03/2/2020). ງານບຸນໄດ້ດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະຕ່າງປະເທດເຂົ້າຮ່ວມຢ່າງຫຼວງຫຼາຍ.

leftcenterrightdel
ລາຍການສະແດງສິລະປະໃນພິທີໄຂງານບຸນ ເກົ່າເຕົ່າ. ພາບ: ສໍານັກຂ່າວສານຫວຽດນາມ.

ງານບຸນເກົ່າເຕົ່າຂອງພໍ່ແມ່ປະຊາຊົນເຜົ່າມົ້ງ (ມາຍເຈົາ) ແມ່ນແບບແຜນການດໍາລົງຊີວິດດ້ານວັດທະນະທໍາ, ການເຫຼື້ອມໃສທີ່ມີແຕ່ດົນນານມາແລ້ວ. ມາຮ່ວມງານບຸນ, ແຂກທ່ອງທ່ຽວໄດ້ຮັບຊົມບັນດາລາຍການສະແດງສິລະປະທ່ີເປັນເອກະລັກສະເພາະ, ເຕັມໄປດ້ວຍເອກະລັກວັດທະນະທໍາເຜົ່າມົ້ງ ແລະເຂົ້າຮ່ວມບັນດາກິດຈະກໍາຕ່າງໆ, ຄື: ຟ້ອນແຄນ, ໂຍນໝາກປາວ, ຢ້ຽມຊົມບັນດາຮ້ານວາງສະແດງອາຫານການກິນ-ວັດທະນະທໍາ ແລະເບິ່ງຊົມການແຂ່ງຂັນກິລາຊົນເຜົ່າປະເພດຕ່າງໆ. ງານບຸນໄດ້ສິ້ນສຸດລົງໃນວັນທີ 5 ມັງກອນ.

ໂດຍ: ເກື່ອງດັ້ງ