leftcenterrightdel
ລາຍການສະແດງສິລະປະທີ່ວັນບຸນ. ພາບ: dienbientv.vn

ວັນບຸນມີການເຂົ້າຮ່ວມຂອງນັກສິລະປິນ, ນັກສະແດງອາຊີບ ແລະສະໝັກຫຼີ້ນກວ່າ 250 ຄົນທີ່ມາຈາກ 11 ຕາແສງໃນບໍລິເວນເມືອງດ້ຽນບຽນ ພ້ອມດ້ວຍປະຊາຊົນບັນດາເຜົ່າທີ່ດໍາລົງຊີວິດໃນບໍລິເວນແຂວງດ້ຽນບຽນ ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ. 

leftcenterrightdel
ການພົບປະແລກປ່ຽນກິລາກາຍະກໍາທີ່ວັນບຸນ. ພາບ: dienbientv.vn

ບັນດາກິດຈະກໍາທີ່ເຕັມໄປດ້ວຍສີສັນວັດທະນະທໍາຂອງປະຊາຊົນບັນດາເຜົ່າ ໄດ້ຈັດຂຶ້ນ, ຄື: ການພົບປະແລກປ່ຽນສິລະປະວັດທະນະທໍາມະຫາຊົນ; ການສະແດງທັກສະປະດິດ ແລະວາງສະແດງຜະລິດຕະພັນເຄື່ອງຫັດຖະກໍາຂອງຊົນເຜົ່າມົ້ງ; ການແຂ່ງຂັນກິລາມິດຕະພາບ, ການລະຫຼິ້ນພື້ນເມືອງ, ວັດທະນະທໍາທີ່ມີລັກສະນະດັ້ງເດີ່ມ ຄື, ດຶງເຊືອກ, ຟ້ອນແຄ່ນ, ຟ້ອນຄັນຫົ່ມ, ຂັບລໍາພື້ນເມືອງ...

ໂດຍ: ໄຊຊະນະ