leftcenterrightdel
ບັນຍາກາດທີ່ການເຈລະຈາລະຫວ່າງສອງກະຊວງ, ໃນຕອນບ່າຍວັນທີ 5 ທັນວາ. ພາບ: nhandan.com.vn.

ທີ່ການເຈລະຈາ, ສອງຝ່າຍເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນຄະນະນັກວິຊາການດ້ານວັດທະນະທຳ ແລະທ່ອງທ່ຽວ, ສາມາດເຊື່ອມຕໍ່ດ້ວຍລະບົບເອເລັກໂຕນິກ; ຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນ, ທັດສະນະສຶກສາຮ່ຳຮຽນບົດຮຽນເປັນປະຈຳປະກອບສ່ວນຮັດແໜ້ນນ້ຳໃຈສາມັກຄີລະຫວ່າງສອງກະຊວງ; ເພີ່ມທະວີການເຊື່ອມຕໍ່ຜະລິດຕະພັນ, ໂດຍສະເພາະແມ່ນບັນດາຜະລິດຕະພັນທ່ອງທ່ຽວເຂດຊາຍແດນ, ຊຸກຍູ້ບັນດາການເຄື່ອນໄຫວສົ່ງເສີມການທ່ອງທ່ຽວລວມ, ໜູນຊ່ວຍເຊິ່ງກັນ ແລະກັນທີ່ບັນດາເວທີປາໄສຫຼາຍຝ່າຍ; ຊຸກຍູ້ການກະກຽມ ແລະສຳເລັດແຜນການພັດທະນາການທ່ອງທ່ຽວເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຍື່ນສະ​ເໜີການນຳຂັ້ນສູງຂອງສາມປະເທດຮັບຮອງເອົາ. ສອງຝ່າຍຢັ້ງຢືນວ່າ ການຮ່ວມມືນັບມື້ນັບມີປະສິດທິຜົນລະຫວ່າງສອງກະຊວງກ່ຽວກັບວັດທະນະທຳ, ການທ່ອງທ່ຽວນັບທັງໃນຂອບເຂດສອງຝ່າຍ ແລະຫຼາຍຝ່າຍ.

ໂດຍ: ສົມເພັດ