leftcenterrightdel
ວັນບຸນມໍລະດົກວັດທະນະທຳ, ການທ່ອງທ່ຽວຫວຽດນາມ. ພາບ: dantri.com.vn.

ວັນບຸນລວມມີຫຼາຍເນື້ອໃນອຸດົມສົມບູນ: ວາງສະແດງຮູບພາບ 100 ແຜ່ນທີ່ແນະນຳກ່ຽວກັບການທ່ອງທ່ຽວ, ທຳມະຊາດ ແລະມໍລະດົກຫວຽດນາມ; ວາງສະແດງ “ມໍລະດົກວັດທະນະທຳໃນວິວັດທະນາການພັດທະນາການທ່ອງທ່ຽວ” ໂດຍບັນດາແຂວງ, ນະຄອນປະຕິບັດ, ແນະນຳບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະ, ຈຸດວັດທະນະທຳພົ້ນເດັ່ນຂອງແຕ່ລະທ້ອງຖິ່ນ; ວາງສະແດງ “ມໍລະດົກວັດທະນະທຳ, ການທ່ອງທ່ຽວອາຊີບ ແລະໝູ່ບ້ານອາຊີບທີ່ເປັນມູນເຊື້ອຂອງຫວຽດນາມ”; ການໂອ້ລົມສົນທະນາ “ມໍລະດົກວັດທະນະທຳອາຊີບ, ໝູ່ບ້ານອາຊີບທີ່ເປັນມູນເຊື້ອເຊື່ອມໂຍງກັບສາກົນ 2019”... ໃນຊຸມວັນບຸນ, ປະຊາຊົນ ແລະແຂກທ່ອງທ່ຽວ ຈະໄດ້ຮັບຊົມບັນດາມໍລະດົກວັດທະນະທຳນາມະທຳ: ເດີ່ນກາຕ່າຍຕື໋, ຄ້ອງໄຕງວຽນ...

ໂດຍ: ສົມເພັດ