ນີ້ແມ່ນບັນດາກິດຈະກໍາແນະນໍາກ່ຽວກັບຂັບລໍາພື້ນເມືອງ, ອາຫານການກິນ, ຜະລິດຕະພັນຂອງບັນດາເຜົ່າ, ຜ່ານນັ້ນສະແດງໃຫ້ເຫັນວັດທະນະທໍາ, ຮີດຄອງປະເພນີຂອງປະຊາຊົນບັນດາເຜົ່າແນໃສ່ດຶງດູດແຂກທ່ອງທ່ຽວໃນສັບປະດາມະຫາສາມັກຄີບັນດາເຜົ່າ-ມໍລະດົກວັດທະນະທໍາຫວຽດນາມ ປີ 2019.

leftcenterrightdel
ການລະຫຼີ້ນພື້ນເມືອງໂດຍຊາວເຜົ່າມົ້ງສະແດງຢູ່ຕະຫຼາດເຂດພູສູງ. ພາບ: ສໍານັກຂ່າວສານຫວຽດນາມ.

ຈຸດພົ້ນເດັ່ນໃນບັນດາກິດຈະກໍາທີ່ດໍາເນີນໃນໂອກາດນີ້ແມ່ນໄດ້ຮັບການຈັດຕັ້ງຕາມກຸ່ມ “ສີສັນດອກໄມ້”, ຢູ່ທີ່ນັ້ນປະຊາຊົນບັນດາເຜົ່າສະໜິດຕິດພັນຮ່ວມກັນໃນບໍລິເວນທີ່ມີສີສັນຫຼາກຫຼາຍ, ຄື: ກຸ່ມດອກບັກວິດຕິດພັນກັບບໍລິເວນວັດທະນະທໍາ, ສະແດງສິລະປະຂອງບັນດາຊາວເຜົ່າໄຕ່, ນຸ່ງ (ທ໊າຍຫງວຽນ), ມົ້ງ (ຮ່າຢາງ); ກຸ່ມດອກຕາເວັນປ່າແມ່ນການສະແດງສີສັນວັດທະນະທໍາຂອງຊາວເຜົ່າຢ້າວ (ບາວີ່, ຮ່າໂນ້ຍ) ແລະປະຊາຊົນບັນດາແຂວງໄຕງວຽນ...

ໂດຍ: ຄໍາແພງ