ປະຊາຊົນນັບຫຼາຍພັນຄົນໄດ້ມາຮ່ວມທັງຢ້ຽມຊົມ, ຊື້ຂາຍສິນຄ້າ, ທັງຮັບປະທານອາຫານພື້ນເມືອງຂອງບັນດາຊົນເຜົ່າ, ພິເສດແມ່ນຊົມບັນດາຄະນະ, ບັນດາສິລະປະກອນຊົນເຜົ່າສ່ວນໜ້ອຍສະແດງຄ້ອງ ແລະຂັບຮ້ອງເພງພື້ນເມືອງ.

leftcenterrightdel
ບັນດາສິລະປະກອນສະແດງຄ້ອງຢູ່ຕະຫຼາດນັດເຂດຊາຍແດນ.

ຕະຫຼາດນັດແມ່ນໂອກາດເພື່ອແນະນໍາ, ໂຄສະນາບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະຂອງປະຊາຊົນເຜົ່າສ່ວນໜ້ອຍທ້ອງຖິ່ນເຖິງນັກທ່ອງທ່ຽວພາຍໃນ ແລະຕ່າງປະເທດ. ໃນຈໍານວນ 40 ຮ້ານວາງສະແດງແນະນໍາຜະລິດຕະພັນ, ມີ 2 ຮ້ານວາງສະແດງແມ່ນຂອງປະຊາຊົນປະເທດເພື່ອນມິດກໍາປູເຈຍ ດ້ວຍຜະລິດຕະພັນທີ່ອຸດົມສົມບຸນຫຼາຍຢ່າງ, ຄື: ອາຫານປຸງແຕ່ງ, ຜະລິດຕະພັນລ້ຽງສັດ, ຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນໍ້າ, ຜະລິດຕະພັນສິລະປະຫັດຖະກໍາ...

ໂດຍ: ເຈິ່ນຮວ່ຽນ