ສັບປະດາວັດທະນະທໍາດ້ວຍຫົວຂໍ້ “ເຂດມໍລະດົກນາຂັ້ນໄດ” ຮວ່າງຊູຟີ່ ປີ 2019 ໄດ້ຖືກໄຂຂຶ້ນແມ່ນເພື່ອແນໃສ່ເຊີດຊູຄຸນຄ່າວັດທະນະທໍາ, ພ້ອມທັງອະນຸລັກຮັກສາ ແລະເສີມຂະຫຍາຍຄຸນຄ່່າທີ່ເປັນມູນເຊື້ອຂອງພໍ່ແມ່ປະຊາຊົນບັນດາເຜົ່າຢູ່ແຂວງຮ່າຢາງ.

leftcenterrightdel
ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວຫວຽດນາມ ມອບຂໍ້ຕົກລົງຮັບຮອງເອົາມໍລະດົກວັດທະນະທໍາບໍ່ເປັນວັດຖຸລະດັບຊາດ ສໍາລັບ ອາຊີບຕີເງິນຂອງຊົນເຜົ່ານຸ່ງ ຢູ່ ຮວ່າງຊູຟີ່ ແຂວງຮ່າຢາງ. ພາບ: ສຳນັກຂ່າວສານຫວຽດນາມ.

ທີ່ພິທີໄຂ, ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວຫວຽດນາມ ໄດ້ມອບຂໍ້ຕົກລົງຮັບຮອງເອົາມໍລະດົກວັດທະນະທໍາບໍ່ເປັນວັດຖຸລະດັບຊາດສໍາລັບອາຊີບຕີເງິນຂອງຊົນເຜົ່ານຸ່ງຢູ່ ຮວ່າງຊູຟີ່ ແຂວງຮ່າຢາງ; ມອບລາງວັນນັກສິລະປະການ ຊົງຊາ ຫວຽດນາມ ປີ 2019.

ໂດຍຕາງໜ້າໃຫ້ແກ່ພັກ, ລັດ ຫວຽດນາມ, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ອວງຈູລືວ ຕີລາຄາສູງອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນບັນດາເຜົ່າແຂວງຮ່າຢາງ ທີ່ໄດ້ກໍ່ສ້າງຮ່າຢາງ ໃຫ້ນັບມື້ນັບຮັ່ງມີສວຍງາມ.  ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ອວງຈູລືວ ຮຽກຮ້ອງໃຫ້ແຂວງຮ່າຢາງ ຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າແຮງໃຫ້ເໝາະສົມ ແລະມີປະສິດທິຜົນ, ນໍາ ຮ່າຢາງ ໃຫ້ຫຼຸດພົ້ນອອກຈາກສະພາບຄວາມທຸກຍາກເປັນພິເສດເທື່ອລະກ້າວ.

ແຫຼ່ງຄັດຈາກ: ວິທະຍຸກະຈາຍສຽງຫວຽດນາມ