ຮ້ານວາງສະແດງຂອງຫວຽດນາມ ທີ່ເຮືອນມິດຕະພາບໃນຂອບເຂດງານມະໂຫລານວັດທະນະທຳຂອງບັນດາຊາດ ໄດ້ຮັບການຈັດຕັ້ງໃນຂອບເຂດ Army Games 2019 ຢູ່ສະຫະພັນລັດເຊຍໃນຊຸມວັນຜ່ານມາໄດ້ດຶງດູດແຂກມາຢ້ຽມຊົມເປັນຈຳນວນຫຼວງຫຼາຍ, ໃນນັ້ນມີບັນດາແຂກພິເສດຄືທ່ານ Dayan Jayatilleka ເອກອັກຄະລັດຖະທູດສີລັງກາ.

ທ່ານ Dayan Jayatilleka ແບ່ງປັນຕໍ່ນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ ວ່າ, ເມື່ອກ້າວເຂົ້າເຮືອນມິດຕະພາບ “ຮ້ານວາງສະແດງຂອງຫວຽດນາມ” ໄດ້ສ້າງຄວາມດຶງດູດໃຫ້ທ່ານດ້ວຍຮູບພາບທຸງແດງດາວເຫຼືອງທີ່ພົ້ນເດັ່ນ, ພິເສດແມ່ນຮູບພາບຜູ້ນໍາຫວຽດນາມໂຮ່ຈີມິນ ເຊິ່ງທ່ານເຄີຍນິຍົມນັບຖື. “ທັນທີນັ້ນຂ້າພະເຈົ້າກໍ່ແວ່ຢາມຮ້ານວາງສະແດງຂອງພວກເພື່ອນ. ເພາະວ່າປະເທດຫວຽດນາມ ເຊິ່ງຂ້າພະເຈົ້າຮູ້ຈັກນັ້ນໄດ້ຜ່ານຜ່າສົງຄາມຕ້ານສັດຕູຜູ້ຮຸກຮານຫຼາຍຄັ້ງ”. ທ່ານ Dayan Jayatilleka ໄດ້ເຕື້ອງເຖິງບັນດາການນໍາທີ່ມີຊື່ສຽງຂອງຫວຽດນາມ, ຄື: ປະທານໂຮ່ຈີມິນ, ທ່ານ ເລຢ໊ວນ ເລຂາທິການໃຫຍ່, ທ່ານພົນເອກ ຫວໍງວຽນຢາບ... ເຊິ່ງທ່ານເອີ້ນວ່າບັນດາ “ຜູ້ນໍາທີ່ຍິ່ງໃຫຍ່” ໄດ້ນໍາພາຫວຽດນາມ ໂຄ່ນລົ້ມພວກຈັກກະພັດຜູ້ຮຸກຮານ. “ຫວຽດນາມ ໄດ້ເສຍສະຫຼະຊີວິດ ແລະຖືກເສຍຫາຍຫຼາຍກວ່າໝູ່ຢູ່ໃນໂລກ. ກອງທັບຫວຽດນາມ ໄດ້ດໍາເນີນສົງຄາມປະຊາຊົນ ແລະໄດ້ຜາບແພ້ບັນດາປະເທດມະຫາອໍານາດຜູ້ຮຸກຮານ. ນີ້ແມ່ນຄວາມເປັນກຽດໃຫຍ່ສໍາລັບຂ້າພະເຈົ້າເມື່ອໄດ້ເຫັນບັນດາຮູບພາບນັ້ນຢູ່ຮ້ານວາງສະແດງຂອງຫວຽດນາມ”.

ທ່ານ Dayan Jayatilleka ໄດ້ເວົ້າເຖິງຄວາມປະທັບໃຈໃນການຢ້ຽມຢາມຫວຽດນາມ ເມື່ອເດືອນພະຈິກ 2009, ຂະນະທີ່ທ່ານໄປຢ້ຽມຢາມທໍານຽບດົກເລິບ ຢູ່ນະຄອນໂຮ່ຈີມິນ, “ແຫ່ງເຫັນປະຈັກຕາໄຊຊະນະປະຫວັດສາດ ວັນທີ 30 ເມສາ 1975”. ນັບແຕ່ນັ້ນ, ຫວຽດນາມ ບັນລຸໄດ້ບັນດາຜົນງານທີ່ພົ້ນເດັ່ນໃນການສ້າງສາປະເທດຄືນໃໝ່ພາຍຫຼັງສົງຄາມ. ທ່ານ Dayan Jayatilleka ຍັງເວົ້າວ່າ, ປະຊາຊົນຫວຽດນາມ ປະຕິບັດໄດ້ຄວາມມຸ່ງຫວັງຂອງປະທານໂຮ່ຈີມິນ ແມ່ນສ້າງປະເທດຊາດໃຫ້ “ໃຫຍ່ໂຕ ແລະສວຍງາມກວ່າ”. “ຂ້າພະເຈົ້າໄດ້ມາຢ້ຽມຢາມອຸໂມງໃຕ້ດິນກູ໋ຈີ ແລະຫໍພິພິທະພັນສົງຄາມ ແລະເຫັນສິ່ງທີ່ ຫວຽດນາມ ເຮັດໄດ້”. ທ່ານ Dayan Jayatilleka ເວົ້າວ່າ, ຫວຽດນາມ ພວມບັນລຸໄດ້ລະດັບເຕີບໂຕສູງ, ດຶງດູດນັກລົງທຶນຕ່າງປະເທດໄດ້ຫຼາຍ ແລະມີແງ່ຫວັງຫຼາຍຢ່າງ. ໃນໄລຍະສັນຕິພາບ, ຫວຽດນາມ ໄດ້ ແລະພວມກໍ່ສ້າງປະເທດຊາດໃຫ້ໝັ້ນຄົງເຂັ້ມແຂງ ແລະວັດທະນາຖາວອນກວ່າ, ນີ້ແມ່ນສິ່ງດີທີ່ສຸດ.

ເມື່ອເວົ້າເຖິງໄຊຊະນະດ້ຽນບຽນຝູ, ໄຊຊະນະ “ຮ່າໂນ້ຍ-ດ້ຽນບຽນຝູທາງອາກາດ” ຂອງຫວຽດນາມ, ທ່ານ Dayan Jayatilleka ຢືນຢັນວ່າ: “ໄຊຊະນະຂອງພວກເພື່ອນມີຄວາມໝາຍອັນໃຫຍ່ຫຼວງຕໍ່ປະຫວັດສາດໂລກ ກໍ່ຄືປະຊາຊົນໃນໂລກ. ໄຊຊະນະຂອງຫວຽດນາມ ສະແດງໃຫ້ເຫັນວ່າ ເຖິງວ່າຈະແມ່ນປະເທດນ້ອຍ, ແຕ່ໄດ້ຮັບການນໍາພາດ້ວຍແນວຄິດທີ່ຖືກຕ້ອງ, ບັນດາຜູ້ນໍາທີ່ປີຊາສາມາດອາດຈະຜາບແພ້ບັນດາປະເທດມະຫາອຳນາດດ້ານການທະຫານໄດ້”.

ໂດຍ: ເຈິ່ນຮວ່ຽນ