leftcenterrightdel
ປຸກລະດົມການປະກວດພາບສິລະປະຮ່າໂນ້ຍ ຄັ້ງທີ 49. ພາບ: anninhthudo.vn.

ນີ້ແມ່ນການປະກວດທີ່ໄດ້ຈັດຕັ້ງຂຶ້ນແຕ່ລະປີທີ່ສະຫງວນໃຫ້ສະມາຊິກສະມາຄົມນັກຖ່າຍຮູບສິລະປະຮ່າໂນ້ຍ ແລະບັນດານັກຖ່າຍຮູບທີ່ພວມດໍາລົງຊີວິດ ແລະເຮັດວຽກຢູ່ຮ່າໂນ້ຍ. ຕາມຄະນະຈັດຕັ້ງແລ້ວ, ຮູບພາບທີ່ສົ່ງມາເຂົ້າຮ່ວມການປະກວດນັ້ນຕ້ອງແມ່ນຮູບພາບທີ່ຖ່າຍຢູ່ເຂດຮ່າໂນ້ຍ ໃນໄລຍະ 5 ປີມານີ້, ອາດຈະແມ່ນພາບສີ ຫຼື ພາບຂາວດໍາກໍ່ໄດ້. ນັກຖ່າຍຮູບແຕ່ລະຄົນສາມາດສົ່ງຮູບພາບມາປະກວດໄດ້ຫຼາຍສຸດແມ່ນ 8 ຮູບ. ບັນດາຮູບພາບນັ້ນຕ້ອງຮັບປະກັນວ່າບໍ່ໄດ້ຜ່ານການຕັດຕໍ່, ແຕ່ສາມາດເພີ່ມ, ຫຼຸດສີ, ຄວາມແຈ້ງ-ມືດໄດ້. ນັກຖ່າຍຮູບສາມາດສົ່ງຮູບພາບເຂົ້າຮ່ວມການປະກວດແຕ່ນີ້ຮອດວັນທີ 28 ສິງຫາ. ຄະນະຈັດຕັ້ງຈະກວດ ແລະໃຫ້ຄະແນນໃນຕົ້ນເດືອນກັນຍາ. ຄາດຄະເນວ່າງານວາງສະແດງ ແລະພິທີມອບລາງວັນການປະກວດຮູບພາບຈະດໍາເນີນໃນວັນທີ 27 ກັນຍາ.

ໂດຍ: ເກື່ອງດັ້ງ