ຕາມນັ້ນແລ້ວ, ໂດຍປະຕິບັດຕາມຂໍ້ຕົກລົງຮ່ວມມືຢູ່ເຂດຊາຍແດນ ລະຫວ່າງກອງບັນຊາການທະຫານຊາຍແດນຫວຽດນາມ ແລະກົມທະຫານຊາຍແດນ ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ທີ່ຫຼັກໝາຍ 605 ໃນເສັ້ນຊາຍແດນຫວຽດນາມ-ລາວ, ກອງລາດຕະເວນຮ່ວມຂອງຄ້າຍທະຫານຊາຍແດນດ່ານສາກົນລາວບ໋າວ (ກອງບັນຊາການທະຫານຊາຍແດນແຂວງກວາງຈິ ແລະກອງຮ້ອຍທະຫານຊາຍແດນ 321, ກອງບັນຊາການທະຫານແຂວງສະຫວັນນະເຂດ ໄດ້ປະຕິບັດການຈັດຕັ້ງພິທີເຄົາລົບຫຼັກໝາຍຊາຍແດນ ແລະເປັນສັກຂີພິຍານການລາດຕະເວນຮ່ວມຂອງສອງປະເທດຫວຽດນາມ-ລາວ.

leftcenterrightdel
 
leftcenterrightdel
ລາຍການສະແດງສິລະປະທີ່ງານພົບປະແລກປ່ຽນ “ຮ່ວມແມ່ນໍ້າເຊໂປນ”. ພາບ: bienphong.com.vn.

ກອງລາດຕະເວນສອງຝ່າຍໄດ້ພ້ອມກັນລາດຕະເວນ, ກວດກາສະພາບການຢູ່ຫຼັກໝາຍຊາຍແດນແຫ່ງຊາດ, ແລກປ່ຽນສະພາບການຢູ່ເສັ້ນຊາຍແດນ, ຫຼັກໝາຍຊາຍແດນແຫ່ງຊາດ... ແລະພ້ອມກັນເຫັນດີເປັນເອກະພາບຕໍ່ບັນດາມາດຕະການຄຸ້ມຄອງ, ປົກປັກຮັກສາເສັ້ນຊາຍແດນ. ຄຽງຂ້າງນັ້ນ, ຜູ້ແທນສອງປະເທດ ຫວຽດນາມ-ລາວ ກໍ່ດໍາເນີນການປູກຕົ້ນໄມ້ມິດຕະພາບ, ເຂົ້າຮ່ວມກອງປະຊຸມປະເມີນຜົນ 15 ປີແຫ່ງວັນເຊັນບົດບັນທຶກແຮກສ່ຽວບ້ານ-ບ້ານສອງຟາກຊາຍແດນລະຫວ່າງບ້ານກາຕັງ (ຫວຽດນາມ) ແລະບ້ານແດນສະຫວັນ (ລາວ). ກ່ອນໜ້ານັ້ນ, ຕອນຄໍ່າວັນທີ 29 ກໍລະກົດ, ລາຍການພົບປະແລກປ່ຽນ “ຮ່ວມແມ່ນໍ້າເຊໂປນ” ໄດ້ເຕື້ອງເຖິງບັນດາກິດຈະກໍາພົວພັນຕ່າງປະເທດດ້ານປ້ອງກັນຊາດ, ພົວພັນຕ່າງປະເທດຢູ່ເຂດຊາຍແດນຕາມເສັ້ນຊາຍແດນ ຫວຽດນາມ-ລາວ.

ໂດຍ: ທະນາພອນ