ທີ່ງານພົບປະແລກປ່ຽນມິດຕະພາບ, ຜູ້ຕາງໜ້າທະຫານຊາຍແດນແຂວງກວ໋າງຈິ ພ້ອມກັບກໍາລັງປ້ອງກັນຊາຍແດນແຂວງສາລະວັນ ແລະແຂວງສະຫວັນນະເຂດ ໄດ້ແລກປ່ຽນກ່ຽວກັບວຽກງານສົມທົບກັນປະຕິບັດໜ້າທີ່ປົກປັກຮັກສາຊາຍແດນ, ກໍ່ສ້າງ ແລະປົກປັກຮັກສາຫຼັກໝາຍຊາຍແດນ, ຕ້ານການອົບພະຍົບແບບເສລີ, ການແຮກສ່ຽວລະຫວ່າງບ້ານ-ບ້ານຢູ່ສອງຟາກຊາຍແດນ... ໃນລາຍການພົບປະແລກປ່ຽນຍັງມີບັນດາລາຍການສະແດງສິລະປະທີ່ສະແດງໃຫ້ເຫັນນໍ້າໃຈສະໜິດຕິດພັນຂອງສອງປະເທດຫວຽດນາມ-ລາວ.

leftcenterrightdel
ການພົບປະແລກປ່ຽນກັບບັນດາແຂກຖືກເຊີນ. ພາບ: ສໍານັກຂ່າວສານຫວຽດນາມ.

ເນື່ອງໃນໂອກາດນີ້, ກອງບັນຊາການທະຫານຊາຍແດນຫວຽດນາມ ໄດ້ມອບງົວພັນ 30 ໂຕທີ່ມີມູນຄ່າເກືອບ 500 ລ້ານດົ່ງໃຫ້ບັນດາຄອບຄົວທຸກຍາກຢູ່ຕາມຊາຍແດນຂອງແຂວງກວ໋າງຈິ, ແຂວງສາລະວັນ, ແຂວງສະຫວັນນະເຂດ; ມອບທຶນສຶກສາໃນລາຍການ “ຊ່ວຍນ້ອງໄປໂຮງຮຽນ” 30 ທຶນໃຫ້ນັກຮຽນທຸກຍາກແຕ່ຮຽນເກັ່ງໃນບໍລິເວນແຂວງກວ໋າງຈິ, ແຂວງສາລະວັນ, ແຂວງສະຫວັນນະເຂດ...

leftcenterrightdel
ລາຍການສະແດງສິລະປະທີ່ງານພົບປະແລກປ່ຽນ. ພາບ: vov.vn.

ດ້ວຍບົດບາດຫຼັກແຫຼ່ງໃນການຄຸ້ມຄອງ, ປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງຢູ່ຊາຍແດນແຫ່ງຊາດ, ບັນດາກໍາລັງປ້ອງກັນຊາຍແດນສອງປະເທດຍາມໃດກໍ່ຈະເປັນຂົວເຊື່ອມຕໍ່ແຫ່ງນໍ້າໃຈສາມັກຄີມິດຕະພາບລະຫວ່າງພັກ, ລັດ, ປະຊາຊົນຫວຽດນາມ ກັບພັກ, ລັດ, ປະຊາຊົນລາວ.

ໂດຍ: ທະນາພອນ