ກ່າວຄໍາເຫັນທີ່ພິທີໄຂ, ທ່ານ ປອ. ຫວູແມ້ງຮ່າ ຜູ້ອຳນວຍການຫໍພິພິທະພັນໂຮ່ຈີມິນ ເນັ້ນໜັກວ່າ, ປະທານ ສຸພານຸວົງ ແມ່ນຜູ້ນໍາປະຕິວັດທີ່ອົງອາດກ້າແກ່ນ, ເພິ່ນໄດ້ອຸທິດຕະຫຼອດຊີວິດຂອງຕົນໃຫ້ແກ່ເອກະລາດແຫ່ງຊາດ ແລະຄວາມວັດທະນາຖາວອນຂອງປະເທດລາວ, ເປັນຜູ້ດີເລີດຂອງປະຊາຊົນລາວ, ເປັນເພື່ອນມິດທີ່ສະໜິດສະໜົມ, ສັດຊື່ບໍລິສຸດຂອງປະຊາຊົນຫວຽດນາມ.

leftcenterrightdel
ບັນດາຜູ້ແທນຕັດແຖບຜ້າໄຂງານວາງສະແດງ. ພາບ: ສໍານັກຂ່າວສານຫວຽດນາມ.

ດ້ວຍພາບຖ່າຍ, ເອກະສານ, ວັດຖຸພັນເກືອບ 100 ຢ່າງ, ງານວາງສະແດງໄດ້ແນະນໍາເຖິງມະຫາຊົນບັນດາຂີດໝາຍແຫ່ງນ້ຳໃຈເພື່ອນມິດທີ່ເລິກເຊິ່ງຂອງປະທານ ສຸພານຸວົງ ຢູ່ປະເທດຫວຽດນາມ, ຜ່ານນັ້ນສະແດງໃຫ້ເຫັນນ້ຳໃຈມິດຕະພາບມາແຕ່ດົນນານ, ໝັ້ນແກ່ນລະຫວ່າງປະຊາຊົນສອງປະເທດ ຫວຽດນາມ-ລາວ. ງານວາງສະແດງຍັງແມ່ນການເຄື່ອນໄຫວວັດທະນະທໍາມີຄວາມໝາຍ, ປະກອບສ່ວນເພີ່ມພູນຄູນສ້າງນໍ້າໃຈສາມັກຄີ, ມິດຕະພາບລະຫວ່າງສອງພັກ, ສອງລັດ, ປະຊາຊົນສອງປະເທດຫວຽດນາມ-ລາວ.

ໂດຍ: ຄໍາແພງ