ດ້ວຍຫົວຂໍ້ “ດ່າລາດ ແລະດອກໄມ້”, Festival ດອກໄມ້ດ່າລາດ ຄັ້ງທີ VIII ຄາດວ່າຈະດໍາເນີນໃນລະຫວ່າງວັນທີ 20-24  ທັນວາ ເພື່ອແນໃສ່ໂຄສະນາເຜີຍແຜ່ຄວາມງາມຂອງດອກໄມ້ດ່າລາດ, ຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຂອງແຂວງເລິມດົ່ງ ແລະຜະລິດຕະພັນກະເສດທີ່ມີທ່າແຮງຂອງທ້ອງຖິ່ນຈຳນວນໜຶ່ງ; ຊຸກຍູ້ການເຄື່ອນໄຫວດ້ານການທ່ອງທ່ຽວ, ສົ່ງເສີມການລົງທຶນ; ອະນຸລັກຮັກສາ ແລະເສີມຂະຫຍາຍມໍລະດົກວັດທະນະທໍາ.

leftcenterrightdel
ສີສັນດອກໄມ້ດ່າລາດ. ພາບ: ຫວູດິ່ງດົງ.

ເນື້ອໃນຂອງ Festival ດອກໄມ້ດ່າລາດ ຄັ້ງທີ VIII ລວມມີ 12 ລາຍການຕົ້ນຕໍພ້ອມກັບລາຍການຕ່າງໆດ້ວຍຈຸດພົ້ນເດັ່ນທີ່ປະທັບໃຈຫຼາຍຢ່າງ, ຄື:  ເຂດແນະນໍາດອກໄມ້ສົດທີ່ເປັນເອກະລັກສະເພາະຂອງດ່າລາດ 5 ປະເພດ, ເຊີດຊູມໍລະດົກສະຖາປັດຕະຍະກຳຂອງດ່າລາດ; ໂຊແຟຊັນແພໄໝບ໋າວລົກ; ພົບປະແລກປ່ຽນວັດທະນະທໍາສິລະປະຫວຽດນາມ-ສ.ເກົາຫຼີ; ວາງສະແດງດອກໄມ້ ແລະຕົ້ນໄມ້ປະດັບສາກົນ...

ໂດຍ: ທູຈາງ