leftcenterrightdel
ປະຊາຊົນຢ້ຽມຊົມ ແລະຊອກອ່ານປື້ມທີ່ວັນບຸນ. ພາບ: qdnd.vn.

ວັນບຸນໄດ້ຮັບການອອກແບບດ້ວຍງານວາງສະແດງຮູບພາບ, ແນະນໍາປື້ມທີ່ມ່ວນ, ປື້ມທີ່ມີຄ່າ, ແນະນໍາບ່ອນອ່ານປື້ມໃຫ້ແກ່ຄົນຕາບອດ… ເພື່ອນຜູ້ອ່ານຍັງໄດ້ນຳໃຊ້ແອບ​ພລິເຄ​ຊັນກ່ຽວກັບລົດເຕັກໂນໂລຢີເຄື່ອນທີ່, ຫ້ອງອ່ານປື້ມເຄື່ອນທີ່, ພ້ອມກັບງານວາງສະແດງ, ສະໜາມລະຫຼີ້ນທີ່ດຶງດູດເຍົາວະຊົນ.

ວັນບຸນນີ້ແມ່ນບາດກ້າວເປີດສາກໃຫ້ໂຄງການ “ຊອກຫາຄວາມຮູ້ 4.0” ທີ່ຈະຜັນຂະຫຍາຍຢູ່ບັນດາເມືອງ ແລະບັນດາໂຮງຮຽນ, ເຂດສາທາລະນະຕ່າງໆໃນບໍລິເວນນະຄອນໂຮ່ຈີມິນ ໃນໄລຍະຈະມາເຖິງ.

ໂດຍ: ຈາງຫງວຽນ