leftcenterrightdel
ລາຍການສະແດງຂອງຄະນະອິນໂດເນເຊຍ. ພາບ: qdnd.vn.

ງານມະໂຫລານດົນຕີອາຊຽນ 2019 ໂດຍກົມສິລະປະການສະແດງ (ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ) ຈັດຕັ້ງ, ໄດ້ເຕົ້າໂຮມບັນດາຫົວໜ່ວຍສິລະປະດົນຕີຕາງໜ້າໃຫ້ບັນດາເຂດວັດທະນະທໍາຂອງຫວຽດນາມກັບບັນດາຫົວໜ່ວຍສິລະປະດົນຕີ, ບັນດານັກສິລະປິນດີເດັ່ນທີ່ມາຈາກບັນດາປະເທດອາຊຽນ, ລວມມີ: ຄະນະສິລະປະລາຊະອານາຈັກ ກໍາປູເຈຍ; ຄະນະສິລະປະ Keroncong Bale (ອິນໂດເນເຊຍ); ຄະນະສິລະປະແຫ່ງຊາດລາວ; ຄະນະສິລະປະ Manila Camerata (ຟີລິບປິນ); ຄະນະສິລະປະ ມາເລເຊຍ; ຄະນະລະຄອນ Kalasin (ໄທ) ແລະ 4 ຫົວໜ່ວຍຂອງປະເທດເຈົ້າພາບຫວຽດນາມ ລວມມີ: ໂຮງລະຄອນຟ້ອນລໍາທໍາເພງຊົນເຜົ່າ ບົງແຊນ, ນະຄອນໂຮ່ຈີມິນ; ຄະນະຟ້ອນລໍາທໍາເພງຊົນເຜົ່າແຂວງດັ໊ກລັ໊ກ; ຄະນະຟ້ອນລໍາທໍາເພງຫ໋າຍຟ່ອງ ແລະໂຮງລະຄອນຟ້ອນລໍາທໍາເພງແຂວງເຊີນລາ.

leftcenterrightdel
ລາຍການສະແດງຂອງຄະນະຟ້ອນລໍາທໍາເພງຫາຍຟ່ອງ. ພາບ: qdnd.vn.

ກ່າວຄໍາເຫັນທີ່ພິທີໄຂງານມະໂຫລານດົນຕີ, ທ່ານ ເລແຄ໊ງຫາຍ ຮອງລັດຖະມົນຕີກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ຢືນຢັນວ່າ: “ງານມະໂຫລານດົນຕີອາຊຽນ 2019 ຢູ່ນະຄອນຫາຍຟ່ອງ ແມ່ນເຫດການວັດທະນະທໍາ, ສິລະປະມີຄວາມໝາຍ ເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືສາກົນ, ພົບປະແລກປ່ຽນວັດທະນະທຳລະຫວ່າງຫວຽດນາມກັບບັນດາປະເທດໃນພາກພື້ນ, ຄຽງຂ້າງນັ້ນແມ່ນກາລະໂອກາດ ເພື່ອໃຫ້ນະຄອນຫາຍຟ່ອງ ແນະນໍາເຖິງນັກທ່ອງທ່ຽວພາຍໃນປະເທດ ແລະເພື່ອນມິດສາກົນກ່ຽວກັບຮູບພາບນະຄອນທັນສະໄໝ, ເປັນມິດສະໜິດສະໜົມ; ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນ, ທ່າແຮງພັດທະນາການທ່ອງທ່ຽວ ແລະບັນດາຄຸນຄ່າວັດທະນະທໍາ”.

ງານມະໂຫລານດົນຕີອາຊຽນ 2019 ຈະດໍາເນີນໄປຮອດວັນທີ 31 ພຶດສະພາ ຈຶ່ງອັດລົງ.

ໂດຍ: ເຈິ່ນຮວ່ຽນ