ງານມະໂຫລານດົນຕີ ໂດຍກົມສິລະປະການສະແດງ ສົມທົບກັບກົມຮ່ວມມືສາກົນ; ສະມາຄົມນັກດົນຕີຫວຽດນາມ; ພະແນກວັດທະນະທໍາ, ກິລາ ແລະທ່ອງທ່ຽວນະຄອນຫາຍຟ່ອງ ຈັດຕັ້ງ. ນີ້ແມ່ນເຫດການວັດທະນະທໍາ ເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືໃນຂົງເຂດວັດທະນະທໍາສິລະປະລະຫວ່າງຫວຽດນາມ  ແລະບັນດາປະເທດໃນພາກພື້ນ; ແມ່ນບ່ອນເຕົ້າໂຮມບັນດາຫົວໜ່ວຍສິລະປະດີເດັ່ນທີ່ມາຈາກບັນດາປະເທດໃນກຸ່ມອາຊຽນ.

leftcenterrightdel
ພາບປະກອບຄັດຈາກ: baovanhoa.vn.

ງານມະໂຫລານດົນຕີຄັ້ງນີ້ມີການເຂົ້າຮ່ວມຂອງ 7 ປະເທດອາຊຽນ ລວມມີ: ກໍາປູເຈຍ, ລາວ, ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ໄທ ແລະຫວຽດນາມ. ປະເທດເຈົ້າພາບຫວຽດນາມ ໄດ້ຄັດເລຶອກເອົາ 4 ກອງສິລະປະ ຕາງໜ້າໃຫ້ພາກເໜືອ, ພາກກາງ, ພາກໃຕ້ ດ້ວຍການເຂົ້າຮ່ວມຂອງນັກສິລະປິນປະມານ 100 ຄົນ, ໝັ້ນໝາຍຈະນໍາມາໃຫ້ງານມະໂຫລານສີສັນດົນຕີທີ່ມີຄວາມແຕກຕ່າງກັນ. ພິທີໄຂ “ງານມະໂຫລານດົນຕີອາຊຽນ 2019” ດໍາເນີນໃນເວລາ 20 ໂມງ ວັນທີ 25 ພຶດສະພາ ຢູ່ໂຮງລະຄອນໃຫຍ່ນະຄອນຫາຍຟ່ອງ.

ໂດຍ: ທູຈາງ