leftcenterrightdel
ວັນບຸນສະແດງໃຫ້ເຫັນຄວາມສາມັກຄີ, ມິດຕະພາບ, ການພັດທະນາລະຫວ່າງບັນດາເຜົ່າຢູ່ເຂດຊາຍແດນຫວຽດນາມ-ລາວ. ພາບ: congthuong.vn.

ນີ້ແມ່ນການເຄື່ອນໄຫວວັດທະນະທໍາ, ການເມືອງສໍາຄັນແນໃສ່ແນະນໍາ, ໂຄສະນາບັນດາຄຸນຄ່າວັດທະນະທໍາທີ່ເປັນເອກະລັກສະເພາະ, ຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວ, ເສີມຂະຫຍາຍມູນເຊື້ອອັນດີງາມ ແລະຕິດພັນປະຊາຄົມລະຫວ່າງສອງປະເທດຫວຽດນາມ ແລະລາວ ກໍ່ຄືບັນດາຊົນເຜົ່າສ່ວນໜ້ອຍຢູ່ບັນດາແຂວງຕິດກັບເສັ້ນທາງຊາຍແດນຫວຽດນາມ-ລາວ, ເຂດພາກກາງ, ໄຕຫງວຽນ.

leftcenterrightdel
ການນໍາບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ນັກສະແດງບັນດາເຜົ່າຢູ່ເຂດຊາຍແດນ ຫວຽດນາມ-ລາວ ຖ່າຍຮູບເປັນທີ່ລະນຶກ. ພາບ: congthuong.vn.
leftcenterrightdel
ລາຍການສະແດງສິລະປະຂອງປະຊາຊົນບັນດາເຜົ່າປະເທດເພື່ອນລາວ. ພາບ: congthuong.vn.
leftcenterrightdel
ຄວາມສາມັກຄີ, ມິດຕະພາບສະແດງອອກຜ່ານສຽງເພງຮ່າໂນ້ຍ-ວຽງຈັນ. ພາບ: cong thuong.vn.

ກ່າວຄໍາເຫັນທີ່ພິທີໄຂ, ທ່ານນາງ ຈີ້ງທິຖຸຍ, ຮອງລັດຖະມົນຕີກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ໃຫ້ຮູ້ວ່າ, ນີ້ແມ່ນການເຄື່ອນໄຫວວັດທະນະທໍາ, ກິລາ ແລະທ່ອງທ່ຽວ ແນໃສ່ເຊີດຊູ ແລະແນະນໍາໂຄສະນາບັນດາຄຸນຄ່າວັດທະນະທໍາທີ່ເປັນມູນເຊື້ອພິເສດສະເພາະຂອງປະຊາຄົມບັນດາເຜົ່າ, ທັງເພີ່ມທະວີນໍ້າໃຈສາມັກຄີ, ມິດຕະພາບ, ການຮ່ວມມື ແລະພົບປະແລກປ່ຽນວັດທະນະທໍາລະຫວ່າງບັນດາແຂວງຊາຍແດນຂອງສອງປະເທດຫວຽດນາມ-ລາວ ໃນການເຊື່ອມໂຍງ ແລະພັດທະນາ.

leftcenterrightdel
ບໍ່ພຽງແຕ່ພົບປະແລກປ່ຽນດ້ານວັດທະນະທໍາເທົ່ານັ້ນ, ໃນຊຸມປີຜ່ານມາບັນດາແຂວງຊາຍແດນຫວຽດນາມ-ລາວ ຍັງຮ່ວມສໍາພັນ, ຮ່ວມມືພັດທະນາເສດຖະກິດ-ສັງຄົມອີກດ້ວຍ. ພາບ: cong thuong.vn.
leftcenterrightdel
ລາຍການຟ້ອນລຳສະແດງໃຫ້ເຫັນການດຳລົງຊີວິດ, ສີສັນວັດທະນະທໍາຂອງປະຊາຊົນບັນດາເຜົ່າຢູ່ບັນດາແຂວງພາກກາງ, ໄຕຫງວຽນຢູ່ຫວຽດນາມ. ພາບ: congthuong.vn.

ຄຽງຂ້າງນັ້ນ, ໃນຂອບເຂດວັນບຸນຍັງມີການເຄື່ອນໄຫວຕ່າງໆ, ຄື: ການວາງສະແດງຜະລິດຕະພັນວັດທະນະທຳ ແລະການທ່ອງທ່ຽວຂອງທ້ອງຖິ່ນຕ່າງໆ, ງານວາງສະແດງຮູບພາບວັດທະນະທຳ ແລະການທ່ອງທ່ຽວແຂວງເທື່ອທຽນ-ເຫວ໋, ບັນຍາກາດວາງສະແດງວັດທະນະທໍາບັນດາຊົນເຜົ່າສ່ວນໜ້ອຍຢູ່ເຂດຊາຍແດນຫວຽດນາມ-ລາວ, ເຂດພາກກາງ, ໄຕຫງວຽນ...

ໂດຍ: ຄໍາແພງ