ວັນບຸນວັດທະນະທໍາ, ກິລາ ແລະທ່ອງທ່ຽວບັນດາຊົນເຜົ່າສ່ວນໜ້ອຍຢູ່ບັນດາແຂວງເຂດຊາຍແດນຫວຽດນາມ-ລາວ, ເຂດພາກກາງ, ໄຕຫງວຽນ ປີ 2019 ດ້ວຍຫົວຂໍ້ “ສາມັກຄີ, ມິດຕະພາບ ແລະພັດທະນາ” ຈະດຳເນີນໃນລະຫວ່າງວັນທີ 17 - 19 ພຶດສະພາຢູ່ເມືອງອາເລື໊ອຍ, ແຂວງເທື່ອທຽນ-ເຫວ໋.

ວັນບຸນຄັ້ງນີ້ມີການເຂົ້າຮ່ວມຂອງນັກສິລະປິນ, ນັກສະແດງ, ນັກກິລາມະຫາຊົນ 1000 ຄົນເຊິ່ງແມ່ນປະຊາຊົນບັນດາເຜົ່າ 5 ແຂວງກອມຕູມ, ກວ໋າງນາມ, ກວ໋າງຫງາຍ, ກວ໋າງຈີ້ ແລະເທື່ອທຽນ-ເຫວ໋ຂອງຫວຽດນາມ; 4 ກອງສິລະປະມະຫາຊົນຂອງປະເທດ ສປປ ລາວ ແມ່ນອັດຕະປື, ເຊກອງ, ສະຫວັນນະເຂດ, ສາລະວັນ.

leftcenterrightdel
ພາບປະກອບຄັດຈາກ: ສໍານັກຂ່າວສານຫວຽດນາມ.

ໃນຂອບເຂດວັນບຸນຈະດໍາເນີນການເຄື່ອນໄຫວຕ່າງໆ, ຄື: ການວາງສະແດງ, ແນະນໍາ, ໂຄສະນາຜະລິດຕະພັນວັດທະນະທຳ ແລະການທ່ອງທ່ຽວຂອງທ້ອງຖິ່ນຕ່າງໆ…

ນີ້ແມ່ນການເຄື່ອນໄຫວວັດທະນະທໍາ, ການເມືອງແນໃສ່ແນະນໍາ, ໂຄສະນາໃຫ້ເພື່ອນມິດພາຍໃນປະເທດ ແລະສາກົນ ກ່ຽວກັບຄວາມສາມາດບົ່ມຊ້ອນ, ທ່າແຮງໃນການພັດທະນາວັດທະນະທໍາ, ການທ່ອງທ່ຽວ... ຄຽງຂ້າງນັ້ນ, ແມ່ນເພີ່ມທະວີ ແລະຍົກສູງຄວາມຮູ້, ນ້ຳໃຈສາມັກຄີ, ມິດຕະພາບ ແລະການພົບປະແລກປ່ຽນດ້ານວັດທະນະທຳລະຫວ່າງບັນດາແຂວງຢູ່ເຂດຊາຍແດນຫວຽດນາມ - ລາວ, ເຂດພາກກາງ, ໄຕຫງວຽນ.

ພິທີໄຂວັນບຸນຈະດໍາເນີນໃນເວລາ 20 ໂມງຂອງວັນທີ 17 ພຶດສະພາຢູ່ສະໜາມຫຼວງທີ່ໃຈກາງເມືອງອາເລື໊ອຍ, ແຂວງເທື່ອທຽນ-ເຫວ໋ ແລະພິທີປິດຈະດໍາເນີນໃນເວລາ 20 ໂມງຂອງວັນທີ 19 ພຶດສະພາ.

ໂດຍ: ກວຽດເຕິມ