ຕາມນັ້ນ, ດ້ວຍສານຕົ້ນຕໍແມ່ນ “We are Friend”, ພາກພົບປະແລກປ່ຽນ, ສະແດງສິລະປະໃນລາຍການບໍ່ພຽງແຕ່ແມ່ນບັນດາບົດເພງມ່ວນຂອງນັກສິລະປິນເທົ່ານັ້ນ ຫາກຍັງເປັນການສົມທົບກັນຂອງບັນດານັກຮ້ອງ, ນັກສິລະປິນທີ່ມາຈາກສອງປະເທດອີກດ້ວຍ. ນີ້ກໍ່ແມ່ນກາລະໂອກາດເພື່ອນໍາວັດທະນະທໍາ ຫວຽດນາມ ແລະສ.ເກົາຫຼີ ໃກ້ກັນກວ່າ, ປະກອບສ່ວນຊຸກຍູ້ສາຍພົວພັນອັນດີງາມ ແລະໝັ້ນແກ່ນລະຫວ່າງສອງປະເທດກວ່າອີກ.

leftcenterrightdel
ບັນຍາກາດທີ່ກອງປະຊຸມຂ່າວແນະນໍາງານມະຫາກຳດົນຕີມິດຕະພາບ ຫວຽດນາມ-ສ.ເກົາຫຼີ. ພາບ: ແຄ໊ງຮວ່ຽນ.

ທ່ານ Kim Heung Gyu, ຫົວໜ້າຄະນະຈັດຕັ້ງລາຍການ ໃຫ້ຮູ້ວ່າ: “ງານມະຫາກຳດົນຕີມິດຕະພາບ ຫວຽດນາມ-ສ.ເກົາຫຼີ ໄດ້ຈັດຕັ້ງດ້ວຍເປົ້າໝາຍຮັກສານໍ້າໃຈມິດຕະພາບວັດທະນະທໍາລະຫວ່າງ ສ.ເກົາຫຼີ ແລະຫວຽດນາມ. ທ່ານຫວັງວ່າງານມະຫາກຳດົນຕີຈະປະສົບຜົນສໍາເລັດຢ່າງຈົບງາມບົນຈິດໃຈພົບປະແລກປ່ຽນ ແລະຊອກຮູ້ວັດທະນະທໍາສອງປະເທດ ຫວຽດນາມ-ສ.ເກົາຫຼີ. ຂ້າພະເຈົ້າຈະມານະພະຍາຍາມເຮັດສຸດຄວາມສາມາດຂອງຕົນ ເພື່ອຊຸກຍູ້ການພັດທະນາວັດທະນະທໍາຂອງສອງປະເທດ”.

ຕາມທ່ານ ເລືອງຮຸ່ງ, ຫົວໜ້າຄະນະທີ່ປຶກສາບໍລິຫານເຫດການ ແລ້ວ, ຄະນະຈັດຕັ້ງຈະເຊື້ອເຊີນຄູຝຶກ Park Hang Seo ພ້ອມກັບທີມຊາດບານເຕະຫວຽດນາມ ເຂົ້າຮ່ວມລາຍການ.

ໂດຍ: ກວຽດເຕິມ