leftcenterrightdel
 ບັນດາຜູ້ແທນຕັດແຖບຜ້າໄຂງານວາງສະແດງ. ພາບ: ແຄ໊ງຮວ່ຽນ.
leftcenterrightdel
ທ່ານພົນໂທ ຫງວຽນຈ້ອງເຫງຍ ຮອງຫົວໜ້າກົມໃຫຍ່ການເມືອງ ແລະບັນດາຜູ້ແທນໄປຢ້ຽມຊົມງານວາງສະແດງ. ພາບ: ແຄ໊ງຮວ່ຽນ.

ງານວາງສະແດງແນໃສ່ແນະນໍາເຖິງມະຫາຊົນ, ພິເສດແມ່ນຮຸ່ນໜຸ່ມກ່ຽວກັບວິວັດການກຳເນີດ, ກໍ່ສ້າງ, ຕໍ່ສູ້ ແລະຂີດໝາຍທີ່ພົ້ນເດັ່ນຂອງທະຫານເຈື່ອງເຊີນ-ເສັ້ນທາງໂຮ່ຈີມິນ ໃນການຕໍ່ສູ້ກູ້ຊາດຕ້ານຈັກກະພັດອາເມລິກາ; ການປະກອບສ່ວນອັນໃຫຍ່ຫຼວງຂອງທະຫານເຈື່ອງເຊີນໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດຫວຽດນາມສັງຄົມນິຍົມໃນປັດຈຸບັນ. ຜ່ານນັ້ນ, ປະກອບສ່ວນເພີ່ມມູນເຊື້ອອັນສະຫງ່າງາມຂອງກອງທັບປະຊາຊົນຫວຽດນາມວິລະຊົນ;  ປຸກລຸກຈິດໃຈຮັກຊາດ, ເຊີດຊູຊາດຕົນເອງ ແລະຄວາມຮູ້ບຸນຄຸນຂອງຮຸ່ນໜຸ່ມໃນປັດຈຸບັນ.

leftcenterrightdel
 
leftcenterrightdel
ວັດຖຸພັນທີ່ແນະນໍາຢູ່ງານວາງສະແດງ. ພາບ: ແຄ໊ງຮວ່ຽນ.

ງານວາງສະແດງຄັ້ງນີ້ກໍ່ແນະນໍາການເຄື່ອນໄຫວຕ່າງໆຂອງສະມາຄົມມູນເຊື້ອເຈື່ອງເຊີນ-ເສັ້ນທາງໂຮ່ຈີມິນຫວຽດນາມ, ກ່ຽວກັບບັນດານັກຮົບເກົ່າເຈື່ອງເຊີນ ສືບຕໍ່ເສີມຂະຫຍາຍມູນເຊື້ອຂອງທະຫານເຈື່ອງເຊີນວິລະຊົນໃນການດໍາລົງຊີວິດໃໝ່ພ້ອມກັບປື້ມ ແລະເອກະສານພິມຈຳໜ່າຍຫຼາຍສະບັບຂອງສະມາຄົມມູນເຊື້ອເຈື່ອງເຊີນ.

ງານວາງສະແດງຈະດໍາເນີນຮອດວັນທີ 31 ພຶດສະພາ.

ໂດຍ: ຄໍາແພງ