leftcenterrightdel
ງານ Festival ອາຊີບຫັດຖະກຳເຫ້ວ. ພາບ: vov.vn.

ຖືກດຳເນີນມາແຕ່ວັນທີ 26 ເມສາ, ງານ Festival ອາຊີບຫັດຖະກຳເຫວ້ 2019 ໄດ້ດຶງດູດ 16 ກຸ່ມອາຊີບ, ດ້ວຍ 60 ໝູ່ບ້ານອາຊີບ ແລະນັກສິລະປິນການປະຊາຊົນ, ນັກສິລະດີເດັ່ນ, ສີມືອັນຄ່ອງແຄ້ວກ່ວາ 350 ຄົນ ທີ່ມາຈາກບັນດາໝູ່ບ້ານທີ່ມີຊື່ສຽງຢູ່ພາຍໃນປະເທດຄື: ຮ່າຢາງ, ຮ່ວາບີ່ງ, ຮ່າໂນ້ຍ, ທ໊າຍບີ່ງ, ຮ່ານາມ, ເລິມດົ່ງ, ເທື່ອທຽນເຫວ້…ສິ່ງທີ່ເປັນໜ້າສົນໃຈໃນງານ Festival ອາຊີບຫັດຖະກຳເຫວ້ ມີການເຂົ້າຮ່ວມຂອງນັກສິລະປິນ 70 ຄົນທີ່ມາຈາກ 7 ນະຄອນສາກົນ ທີ່ມີການພົວພັນແຮກສ່ຽວ, ຮ່ວມມືກັບເຫ້ວ ແລະສະຫະສະມາຄົມອາຊີບ, ວິສາຫະກິດ 3 ແຫ່ງທີ່ມາຈາກ ຍີ່ປຸ່ນ, ສ.ເກົາຫຼີ, ຈີນ ແລະ ຕວກກີ.

ງານ Festival ອາຊີບຫັດຖະກຳເຫວ້ ຈັດຕັ້ງປະສົບຜົນສຳເລັດໄດ້ປະກອບສ່ວນປະຕິບັດເປົ້າໝາຍສ້າງນະຄອນເຫວ້ສົມເປັນນະຄອນວັດທະນະທຳອາຊຽນ, ນະຄອນ Festival ທີ່ເປັນເອກະລັກສະເພາະຂອງຫວຽດນາມ ຢ່າງມີປະສິດທິຜົນ.

ແຫຼ່ງຄັດຈາກ: vovworld.vn