ນີີ້ແມ່ນລາຍການສິລະປະເປີດສາກໃຫ້ແກ່ບັນດາການເຄື່ອນໄຫວທີ່ຟົດຟື້ນມ່ວນຊື່ນໃນຂອບເຂດປີທ່ອງທ່ຽວແຫ່ງຊາດປີ 2019 “ຍາຈາງ ສີສັນຂອງທະເລ”.

leftcenterrightdel
ພິທີຖະຫວາຍໄມ້ເກດສະໜາ. ພາບ: vov.vn.

ລາຍການດັ່ງກ່າວໂດຍຜູ້ກໍາກັບ ຮວ່າງເຍີດນາມ ຈັດທໍາໄດ້ຖ່າຍທອດສົດໃນຊ່່ອງໂທລະພາບທ່ອງທ່ຽວ Vietnam Journey ຂອງວິທະຍຸກະຈາຍສຽງຫວຽດນາມ ແລະບັນດາຊ່ອງໂທລະພາບອື່ນໆໃນເວລາ 19 ໂມງ 30 ນາທີ ຂອງຕອນຄໍ່າວັນທີ 30 ເມສາ.

ຈຸດພົ້ນເດັ່ນຂອງລາຍການສິລະປະນີ້ແມ່ນພິທີຖະຫວາຍໄມ້ເກດສະໜາ ເພື່ອແນໃສ່ເຊີດຊູບັນດາຄຸນຄ່າຂອງໄມ້ເກດສະໜາ ຫວຽດນາມ, ໂດຍສະເພາະແມ່ນໄມ້ເກດສະໜາຢູ່ແຂວງແຄ໊ງຮວ່າ. ລາຍການມີການເຂົ້າຮ່ວມຂອງບັນດານັກຟ້ອນ ແລະນັກຮ້ອງສຽງດັ່ງຂອງຫວຽດນາມ.

ແຫຼ່ງຄັດຈາກ: vovworld.vn