ນີ້ແມ່ນຄັ້ງທໍາອິດ ທີ່ນະຄອນໂຮ່ຈີມິນຈັດຕັ້ງເຫດການນີ້ດ້ວຍການເຂົ້າຮ່ວມຂອງບັນດາເຈົ້າຂອງສວນດອກໄມ້, ຟາມ, ວິສາຫະກິດຜະລິດດໍາເນີນທຸລະກິດດອກໄມ້, ຕົ້ນໄມ້ປະດັບຂອງນະຄອນ ແລະ 19 ແຂວງ, ນະຄອນຕ່າງໆ.

leftcenterrightdel
ບັນດາຜູ້ແທນຕັດແຖບຜ້າໄຂ Festival ດອກເຜິ້ງ ນະຄອນໂຮ່ຈີມິນ ປີ 2019. ພາບ: ຮຸ່ງຄວາ.

Festival ມີຫົວຂໍ້ວ່າ “ສີສັນ ແລະຄວາມງາມເຂດຮ້ອນ” ດ້ວຍການວາງສະແດງ 111.800 ກະຖາງດອກໄມ້. Festival ມີການເຄື່ອນໄຫວຕ່າງໆ ຄື: ງານວາງສະແດງທີ່ສວນສາທາລະນະຕາວດ່ານ, ວາງສະແດງດອກໄມ້ທີ່ບັນດາພັດຕະຄານ, ໂຮງແຮມໃຫຍ່, ສະຖານທີ່ປະຫວັດສາດ, ສະຖານທີ່ທ່ອງທ່ຽວ, ຖະໜົນຢູ່ໃຈກາງນະຄອນ... ນອກຈາກນັ້ນ, ໃນຂອບເຂດ Festival ຍັງມີງານປະກວດດອກເຜິ້ງ, ໄມ້ປະດັບ, ການອອກແບບສວນ... ແນະນຳລາຍການທ່ອງທ່ຽວຕິດພັນກັບບັນດາສະຖານທີ່ທ່ອງທ່ຽວກະສິກໍາ... Festival ດອກເຜິ້ງຈະດໍາເນີນໄປຮອດວັນທີ 1 ພຶດສະພາ ຈຶ່ງອັດລົງ.

ໂດຍ: ທູຈາງ